spot_img
Homeຂ່າວຕ່າງປະເທດຫົວໜ້າຕໍານິລູກຈ້າງເລື່ອງຕິດປ້າຍລາຄາຜິດ ເຮັດໃຫ້ລູກຈ້າງຈູດໄຟເຜົາຮ້ານ

ຫົວໜ້າຕໍານິລູກຈ້າງເລື່ອງຕິດປ້າຍລາຄາຜິດ ເຮັດໃຫ້ລູກຈ້າງຈູດໄຟເຜົາຮ້ານ

Published on

ໃນວັນທີ 23 ທັນວາ 2021 ຈາກການລາຍງານຂອງສໍານັກຂ່າວຕ່າງປະເທດ ໄດ້ເກີດເຫດພະນັກງານຈູດໄຟເຜົາຮ້ານສັບພະສີນຄ້າແຫ່ງໜຶ່ງ ໃນເມືອງ ຕອມ ປະເທດ ລັດເຊຍ ຫຼັງຈາກຖືກຜູ້ຈັດການຮ້ານຕຳໜິທີ່ຕິດປ້າຍລາຄາສະຫຼັບກັນ.

ເຫດການດັ່ງກ່າວເກິດຂຶ້ນຍ້ອນ ທ້າວອາເລັກ ສະໄນເດີ ອາຍຸ 33 ປີ ກຳລັງປ່ຽນປ້າຍລາຄາສິນຄ້າ ແຕ່ຜູ້ຈັດການຕຳໜິຫຼາຍເກີນໄປຈົນຕົນເອງເບື່ອຈຶ່ງຕັດສິນໃຈຖອກ ແອວກໍຮໍ ລົງໃສ່ກ່ອງດອກໄມ້ໄຟຈາກນັ້ນກໍຈູດໄຟກ່ອນອອກຈາກຮ້ານສັບພະສິນຄ້າ. ໂດຍທ້າວ ສະໄນເດີ ໄດ້ຍອມຮັບກັບຕຳຫຼວດວ່າ: ເຫັນວິນຍານສີຂາວຢູ່ບ່ອນຊໍາລະເງິນ ແລະ ໄດ້ໃຊ້ສະເປຊີດ ພ້ອມທັງຈູດໄຟບ່ອນຊໍາລະເງີນນັ້ນ ທັນທີທີ່ໄຟລຸກໄໝ້ລາວກໍເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພມາດັບໄຟ ແລະ ໄດ້ຍິນສຽງຮ້ອງແຕກຕື່ນ ແລ້ວຕົນເອງກໍຫັນຫຼັງໃສ່ເສື້ອກັນໜາວ ແລະ ຍ່າງກັບທີ່ພັກ.

ສຳລັບເຫດການໃນຄັ້ງນີ້ເຮັດໃຫ້ສ້າງຄວາມເສຍຫາຍປະມານຫຼາຍກວ່າສິບລ້ານລູເບີ ຫຼື ປະມານ 1.6 ຕື້ ກີບ ສ່ວນຄົນທີ່ເປັນລູກຄ້າ ແລະ ພະນັກງານພາຍໃນຮ້ານສັບພະສິນຄ້າຈຳນວນ 200 ຄົນໄດ້ທຳການອົບພະຍົບອອກມາຢ່າງປອດໄພ ໂດຍຕຳຫຼວດໄດ້ລະບຸເພີ່ມເຕີມວ່າ; ເປັນຄວາມໂຊກດີທີ່ບໍ່ມີຄົນບາດເຈັບ ຫຼື ຕາຍ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາເຖິງ 11 ຊົ່ວໂມງ ໃນການຢຸດເຫດໄຟໄໝ້ໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...