spot_img
Homeຂ່າວການພັດທະນາແຜນງານລາວເຊຟ (LaoSafe) ຖືກທົດລອງຢູ່ ນະຄອນຫຼວງວຽງຈັນ ແລະ ກຽມພ້ອມຈັດຕັ້ງປະຕິບັດສໍາລັບເຂດ

ແຜນງານລາວເຊຟ (LaoSafe) ຖືກທົດລອງຢູ່ ນະຄອນຫຼວງວຽງຈັນ ແລະ ກຽມພ້ອມຈັດຕັ້ງປະຕິບັດສໍາລັບເຂດ

Published on

ພາຍຫຼັງ​ການ​ອະ​ນຸ​ມັດ ແຜນ​ງານ “ລາວ​ເຊ​ຟ” ຫຼື LaoSafe ຈາກ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ, ແຜນງ​ານ​ສົ່ງ​ເສີມ​ສາ​ທາ​ລະ​ນະ​ສຸກ ແລະ ສຸ​ຂະ​ອະ​ນາ​ໄມ​ສຳ​ລັບ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ການ​​ໂຮງ​ແຮມ​ດັ່ງ​ກ່າວ​ແມ່ນ​ພວມ​ປະ​ຕິ​ບັດ​ການ​ທົດ​ລອງ ຢູ່ ນະ​ຄອນ​ຫຼວງວຽງ​ຈັນ.

ແຜນ​ງານ​ລາວ​ເຊ​ຟ​ ປະ​ກອບ​ດ້ວຍ ມາດ​ຕະ​ຖານ​ດ້ານ​ສຸ​ຂະ​ພາບ/ສາ​ທາ​ລະ​ນະ​ສຸກ ແລະ ສຸ​ຂະ​ອະ​ນາ​ໄມ ສຳ​ລັບບັນ​ດາ​ຂະ​ແໜງ​ການ​ຍ່ອຍ​ຂອງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ ແລະ ໂຮງ​ແຮມລວມ​ທັງ ຜູ້​ສະ​ໜອງ​ບໍ​ລິ​ການ​ທີ່​ພັກ, ຜູ້​ຈຳ​ໜ່າຍ​ອາ​ຫານ ແລະ ເຄື່ອງ​ດື່ມ (food and beverage ຫຼື F&B), ສາຍ​ການ​ບິນ, ສະ​ຖານ​ທີ່​ທ່ອງ​ທ່ຽວ, ຜູ້​ບໍ​ລິ​ກາ​ນ​ນຳ​ທ່ຽວ ແລະ ຄົນຂັບ​ລົດ. ເອ​ກະ​ສານ​ເຫຼົ່າ​ນີ້​ ພ້ອມ​ຂໍ້​ມູນ​ອື່ນໆ​ແມ່ນ​ສາ​ມາດ​ດາວ​ໂຫຼດ​ໄດ້​ທີ່ www.tourismlaos.org.

ຕໍ່​ກັບ​ການ​ທົດ​ລອງ​ແຜນ​ງານ​ທີ່​ພວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່ ນະ​ຄອນຫຼວງວຽງ​ຈັນ​ນີ້, ທ່ານ ​ນາງ ດາ​ລາ​ນີ ພົມ​ມະ​ວົງ​ສາ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ ແລະ ທັງ​ເປັນ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ແຜນ​ງານລາວ​ເຊ​ຟ ໄດ້​ກ່າວ​ວ່າ: ’ມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ມີ​ຄວາມ​ຄືບ​ໜ້າຫຼາຍ. ພາຍຫຼັງ​ການ​ຝຶກ​ອົບ​ຮົມ​ຄຸ​ຝຶກ ຢ່າງ​ຂຸ້ນ​ຂ້ຽວ​ມາ​ໄດ້ຫຼາຍ​ຊຸດ, ພວກ​ເຮົາ​ກໍ​ມີ ທີມ​ຄູ​ຝຶກ 8 ຄົນ ແລະ ທີມຜູ້​ປະ​ເມີນ 8 ຄົນ ກວມ​ເອົາ​ຂະ​ແໜງ​ຍ່ອຍ F&B ແລະ ພະ​ນັກ​ງານ​ນຳ​ທ່ຽວ ທີ່​ພວມ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ ບຸກ​ຄົນ​ໃນ ນະ​ຄອນຫຼວງວຽງ​ຈັນ ຜ່ານ​ການ​ຝຶກ​ອົບ​ຮົມ ແລະ ຂະ​ບວນ​ການ​ປະ​ເມີນ​ຂອງ ແຜນ​ງານ​ລາວ​ເຊ​ຟ. ​ແຜນ​ງານຈະ​ສືບ​ຕໍ່​ມີ​ການ​ຝຶກ​ອົບ​ຮົມ​ຢູ່ ນະ​ຄອນຫຼວງວຽງ​ຈັນ ແລະ ຂະ​ຫຍາຍ​ໄປ ແຂວງຫຼວງ​ພະ​ບາງ ໃນ​ເດືອນ​ມັງ​ກອນ ແລະ ກຸມ​ພາ ສຳ​ລັບ​ຂະ​ແໜງ​ການ​ຍ່ອຍ​ສະ​ເພາະ​ເຫຼົ່າ​ນີ້ ເພື່ອ​ກະ​ກຽມ​ໃນ​ການ​ເປີດ​ປະ​ເທດ​ຄືນ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ປີ 2022.’

ໂດຍ​ສືບ​ຕໍ່​ ຈາກ​ຄວາມ​ຄືບ​ໜ້າ​ທີ່​ບັນ​ລຸ​ໄດ້​ມາ​ຮອດ​ປັດ​ຈຸ​ບັນ, ກະຊວງ ຖວທ (MICT) ກໍ​ຈະ​ຂະ​ຫຍາຍ​ວຽກ​ງານ​ການຝຶກອົບຮົມ, ການປະເມີນ ແລະ ຢັ້ງຢືນ ໄປ​ຍັງ​ຂະ​ແໜງ​ການ​ບໍ​ລິ​ການ​ທີ່​ພັກແຮມ ໂດຍ​ມີ​ແຜນ​ຝຶກ​ອົບ​ຮົມ ຜູ້​ປະ​ເມີນ 8 ຄົນ ໃນ​ເດືອນ​ມັງ​ກອນ​ທີ່​ຈະ​ມາ​ເຖິງ​ນີ້. ຫຼັງ​ຈາກ​ນັ້ນ ທີມ​ງານ​ດັ່ງ​ກ່າວ​ຈະ​ສາ​ມາດ​ປະ​ເມີນ​ໂຮງ​ແຮມ​ທີ່​ໝັ້ນ​ໃຈ​ວ່າ​ຕົນ​ປະ​ຕິ​ບັດ​ໄດ້​ຕາມ​ມາດ​ຕະ​ຖານ​ຂອງ​ລາວ​ເຊ​ຟ ໂດຍ​ມີ​ແຜນ​ປະ​ເມີນ ແລະ ອອກ​ໃບ​ຢັ້ງ​ຢືນ​ນັບ​ແຕ່​ທ້າຍ​ເດືອນ​ມັງ​ກອນ ​ເຖິງ​ເດືອນ​ກຸມ​ພາ. ໃນ​ໄລ​ຍະ​ນີ້ ແມ່ນ​ຈະ​ເລັ່ງ​ໃສ່ ສະ​ຖານ​ທີ່​ພັກແຮມ​ຢູ່ ນະ​ຄ​ອນຫຼວງວຽງ​ຈັນ​, ຫຼວງ​ພະ​ບາງ ແລະ ວັງ​ວຽງ ອີງ​ຕາມ ແຜນ​ການ​ຈັດ​ບູ​ລິ​ມະ​ສິດ​ສູນ​ທານ​ທ່ອງ​ທ່ຽວ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ເຂດ​ທ່ອງ​ທ່ຽວ​ສີ​ຂຽວ.

​ທ່ານ​ນາງ ດາ​ລາ​ນີ ພົມ​ມະ​ວົງ​ສາ ໄດ້​ກ່າວ​ຕື່ມ​ວ່າ: ‘ໃນ​ເດືອນ​ກຸມ​ພາ ແມ່ນ​ຍັງ​ຈະ​ໄດ້​ຝຶກ​ອົບ​ຮົມ​ໃຫ້​ແກ່​ທີມ​ງານ​ຄູ​ຝຶກ​ໃໝ່​ໃນ​ຂະ​ແໜງ​ສະ​ຖານ​ທີ່​ພັກແຮມ. ຫຼັງ​ຈາກ​ນັ້ນ ທີມ​ງານ​ດັ່ງ​ກ່າວ​ຈະ​ສາ​ມາດ​ໝູນ​ໃຊ້​ຄວາມ​ຊຳ​ນິ​ຊຳ​ນານ ກ່ຽວ​ກັບ​ມາດ​ຕະ​ຖານດ້ານ​ສະ​ຖານ​ທີ່​ພັກແຮມ ​ຂອງ ​ລາວ​ເຊ​ຟ ເພື່ອຝຶກ​ໃຫ້​ແກ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ອື່ນໆ ທີ່​ຕ້ອງ​ການໆ​ຊ່ວຍ​ເຫຼືອ​ຈາກ​ພາຍນອກ ເພື່ອ​ໃຫ້​ສາ​ມາດ​ປະ​ຕິ​ບັດ​ໄດ້​ຕາມມາດ​ຕະ​ຖານ​ລາວ​ເຊ​ຟ ກໍ​ຄື​ເພື່ອ ສ້າງ​ຄວາມ​ອາດ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ດຳ​ເນີນ​ການ​ປະ​ເມີນ. ການ​ຝຶກ​ອົບ​ຮົມ​ໃຫ້​ແກ່​ຂະ​ແໜງ​ການ​ໂຮງ​ແຮມ ແມ່ນ​ຈະ​ຈັດ​ນັບ​ແຕ່ ທ້າຍ​ເດືອນ​ກຸມ​ພາ ແລະ ຕະຫຼອດ​ປີ 2022.

ໃນ​ຂະ​ນະ​ທີ່​ຈຸດ​ສຸມ​ເບື້ອງ​ຕົ້ນ​ຂອງ ລາວ​ເຊ​ຟ ແມ່ນ​ໃນ​ຂະ​ແໜງ​ການ ບໍ​ລິ​ການ​ສະ​ຖານ​ທີ່​ພັກແຮມ, ຜູ້​ຈຳ​ໜ່າຍ F&B, ພະ​ນັກ​ງານ​ນຳ​ທ່ຽວ ແລະ​ ​ຄົນຂັບ​ລົດ ພ້ອມ​ທັງ​ເລັ່ງ​ໃສ່ ນະ​ຄອນຫຼວງວຽງ​ຈັນ, ແຂວງຫຼວງ​ພະ​ບາງ ແລະ ເມືອງວັງ​ວຽງ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ເປີດ​ຄືນ​ປະ​ເທດ​ໃນ​ເບື້ອງ​ຕົ້ນ, ຄາດ​ວ່າ ແຜນ​ງານລາວ​ເຊຟ ຈະ​ຂະ​ຫຍາຍ​ໄປ​ແຂວງ​ອື່ນໆ​ຕື່ມ​ໃນ​ປີ 2022 ຕາມ​ທີ່​ກຳ​ນົດ​ໃນ​ແຜນ​ເປີດ​ການ​ທ່ອງ​ທ່ຽວ​ສີ​ຂຽວ ແລະ ອາດ​ກວມ​ເອົາ​ຂ​ະ​ແໜງ​ການ​ຍ່ອຍ​ອື່ນໆ ເຊັ່ນ ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ຮ້ານ​ສະ​​ປາ​ຕ່າງໆ.

ການ​ຝຶກ​ອົບ​ຮົມ ແລະ ປະ​ເມີນ​ກ່ຽວ​ກັບ ລາວ​ເຊ​ຟ ແມ່ນ​ພາຍ​ໃຕ້​ການຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ ກະຊວງ ຖວທ (MICT) ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ ໂຄງ​ການ ທັກສະສຳລັບວຽກງານທ່ອງທ່ຽວ (LAO/029) ເຊິ່ງ​ໄດ້​ຮັບ​ການ​ສະ​ໜອງ​ທຶນ​ໂດຍ ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ແລະ ລັດ​ຖະ​ບານ​ລຸກຊຳບວກ ແລະ ສະ​ວິດ​ເຊີ​ແລນ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ຕື່ມ, ກະ​ລຸ​ນາ​ເຂົ້າ​ໄປ​ເບິ່ງ​ທີ່: www.tourismlaos.org ຫຼື ອີ​ເມ​ລ laosafe@luxdev.lu.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...