spot_img
Homeຂ່າວພາຍ​ໃນຫຼວງພະບາງກຳນົດເອົາ 3 ເມືອງ ຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1

ຫຼວງພະບາງກຳນົດເອົາ 3 ເມືອງ ຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1

Published on

ແຂວງຫຼວງພະບາງ ກຳນົດເອົາ 3 ເມືອງ ຄື ນະຄອນຫຼວງພະບາງ, ເມືອງຈອມເພັດ ແລະ ເມືອງປາກອູ ເພື່ອຕ້ອນຮັບເອົານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ເນື່ອງຈາກ 3 ເມືອງດັ່ງກ່າວ, ມີເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ສະດວກສະບາຍ ແລະ ປະຊາຊົນໃນເຂດແຫ່ລງທ່ອງທ່ຽວ ໄດ້ຮັບວັກຊິນກວມເຖິງ 95% ຕາມມາດຕະຖານຂອງເຂດທ່ອງທ່ຽວສີຂຽວ.

ທ່ານ ວົງດາວອນ ວົງໄຊຍະລາດ, ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ, ພະແນກຖະ ແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ: ປັດຈຸບັນ, ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ກຽມຄວາມພ້ອມດ້ານການບໍລິການ ຕ້ອນຮັບເອົານັກທ່ອງທ່ຽວ ຈາກຕ່າງປະເທດເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວໄລຍະທີ 1 ໂດຍໄດ້ເຂົ້າຮ່ວມໂຄງການ LAO SAFE ມີໂຮມແຮມ 33 ແຫ່ງ, ໃນເບື້ອງຕົນຈະມີການທົດລອງກ່ອນ 13 ແຫ່ງ, ຮ້ານອາຫານ 33 ແຫ່ງ, ບໍລິສັດທ່ອງທ່ຽວມີ 30 ບໍລິສັດ, ລົດຕູ້ບໍລິການຂົນສົ່ງນັກທ່ອງທ່ຽວ 16 ບໍລິສັດ, ມີລົດ 463 ຄັນ, ເຮືອນໍາທ່ຽວ 26 ລໍາ ແລະພະນັກງານນໍາທ່ຽວ 180 ຄົນ, ມີບໍລິການ 8 ພາສາ ຄື: ພາສາອັງກິດ, ຝຣັງ, ເຢຍລະມັນ, ຈີນ, ໄທ, ຍີ່ປຸ່ນ, ອີຕາລີ ແລະ ພາສາລັດເຊຍ.

ທ່ານ ວົງດາວອນ ວົງໄຊຍະລາດ ກ່າວຕື່ມວ່າ ພາຍຫຼັງການລະບາດຂອງພະຍາດໂຄວິດ-19, ຂະແໜງການທ່ອງທ່ຽວ ແຂວງຫຼວງພະບາງ ແມ່ນໄດ້ຮັບຜົນກະທົບຢ່າງໜັກ, ໂດຍສະເພາະຜູ້ປະກອບການດ້ານໂຮງແຮມ, ເຮືອນພັກ, ແລະສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ, ຂະນະທີ່ຜູ້ມີອາຊີບເປັນພະນັກງານນຳທ່ຽວກໍຂາດລາຍໄດ້, ຈຳເປັນຕ້ອງໄດ້ຫັນໄປເຮັດອາຊີບໃໝ່ ເພື່ອໃຫ້ຕົນເອງຢູ່ລອດ.

ຂໍ້ມູນຈາກ:ປະເທດລາວ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...