spot_img
Homeຂ່າວຕ່າງປະເທດຄິວບາກາຍເປັນປະເທດທີ່ບັນລຸແຜນການສັກວັກຊີນໃຫ້ພົນລະເມືອງໃນອັນດັບຕົ້ນຂອງໂລກ

ຄິວບາກາຍເປັນປະເທດທີ່ບັນລຸແຜນການສັກວັກຊີນໃຫ້ພົນລະເມືອງໃນອັນດັບຕົ້ນຂອງໂລກ

Published on

ສຳນັກຂ່າວ ຣອຍເຕີ: ລັດຖະບານຄິວບາສາມາດຈັດຫາວັກຊີນໃຫ້ແກ່ພົນລະເມືອງຂອງຕົນ ໂດຍອາໄສວັກຊີນທີ່ຜະລິດຂຶ້ນມາເອງໃນຊ່ວງເວລາຫຼາຍສິບປີ ຂະນະທີ່ປັດຈຸບັນປະເທດດັ່ງກ່າວໄດ້ຮັບວັກຊີນເຂັມທຳອິດກວ່າ 90% ແລະ 83% ຂອງປະຊາກອນໄດ້ຮັບວັກຊີນຄົບຖ້ວນ ໂດຍຖືກຈັດເປັນອັນດັບສອງຂອງໂລກ ຮອງຈາກ ສະຫະລັດອາຣັບເອມີເຣດ.

ເຖິງແມ່ນປະຊາກອນຄິວບາຈະໄດ້ຮັບວັກຊີນທີ່ທາງການປູກຖ່າຍເອງ ແຕ່ອັດຕາການຕິດເຊື້ອ ແລະການເສຍຊີວິດຈາກພະຍາດໂຄວິດພາຍໃນປະເທດແມ່ນຫຼຸດລົງເຫຼືອໜ້ອຍກວ່າ 1% ໃນປັດຈຸບັນ ຂະນະທີ່ເດັກທີ່ມີອາຍຸລະຫວ່າງ 2 – 18 ປີເກືອບທຸກຄົນໃນຄິວປາຕ່າງກໍໄດ້ຮັບວັກຊີນທີ່ປູກເອງ

ທາງການຄິວບາກ່າວວ່າ: ວັກຊີນ Abdala, Soberana 02 ແລະ Soberana Plus ທີ່ຜະລິດຂຶ້ນເອງ ໂດຍໃຊ້ໂປຣຕີນເປັນຫຼັກ ສາມາດປ້ອງກັນການຕິດເຊື້ອໂຄວິດທີ່ສະແດງອາການໄດ້ສູງເຖິງ 90% ແຕ່ທາງການຄິວບາບໍ່ໄດ້ເຜີຍແຜ່ຜົນການທົດລອງທາງຄລີນິກຂະໜາດໃຫຍ່ ແລະບໍ່ໄດ້ສົ່ງເອະສານທີ່ທາງອົງການອະນາໄມໂລກກຳນົດເພື່ອຂໍອະນຸມັດວັກຊີນ.

ຢ່າງໃດກໍຕາມ, ປັດຈຸບັນ COVAX ກຳລັງຕິດຕາມຄວາມຄືບໜ້າຂອງຄິວບາ ເຊິ່ງເປັນໂຄງການລະດັບໂລກທີ່ອອກແບບມາເພື່ອຮັບຮອງການເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງຍຸຕິທຳ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...