spot_img
Homeຂ່າວຕ່າງປະເທດເຢຍລະມັນອາດບໍ່ມີວັກຊີນພຽງພໍທີ່ຈະສັກໃຫ້ປະຊາຊົນໃນຕົ້ນປີ 2022

ເຢຍລະມັນອາດບໍ່ມີວັກຊີນພຽງພໍທີ່ຈະສັກໃຫ້ປະຊາຊົນໃນຕົ້ນປີ 2022

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດເຢຍລະມັນໄດ້ກ່າວວ່າ ປະເທດເຢຍລະມັນອາດບໍ່ມີວັກຊີນພຽງພໍທີ່ຈະສັກໃຫ້ປະຊາຊົນຕໍ່ໄປຈົນເຖິງຕົ້ນປີ 2022.

ການປະກາດຂອງກະຊວງສາທາລະນະສຸກໄດ້ມີຂຶ້ນເນື່ອງມາຈາກເຢຍລະມັນຕ້ອງຕໍ່ສູ້ກັບບັນຫາຕ່າງໆ ລວມທັງການແຜ່ລະບາດຂອງໂຄວິດ-19 ສາຍພັນໃໝ່ ໂອໄມຄຣອນ. ໃນອາທິດທີ່ຜ່ານມາປະເທດເຢຍລະມັນມີຈໍານວນຜູ້ເສຍຊີວິດຈາກໂຄວິດ-19 ເປັນຈໍານວນຫຼາຍ ແລະ ເຢຍລະມັນຍັງໄດ້ມີຄໍາສັ່ງຫ້າມສໍາລັບຄົນທີ່ບໍ່ສັກວັກຊີນແມ່ນບໍ່ສາມາດເຂົ້າຮ້ານຊຸບເປີມາເກັດ ແລະ ຮ້ານຂາຍຢາໄດ້  ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19.

ສໍາລັບອັດຕາການສັກວັກຊີນຄົບໂດສແມ່ນຍັງຕໍ່າກວ່າ 70% ແລະ ມີການບັງຄັບໃຫ້ມີການສັກວັກຊີນໃນທົ່ວປະເທດໃຫ້ໄວທີ່ສຸດ ເຖິງແມ່ນວ່າຈະມີການຂາດແຄນວັກຊີນຢ່າງຕໍ່ເນື່ອງຈົນເຮັດໃຫ້ເກີດຄວາມລ່າຊ້າກໍຕາມ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...