spot_img
Homeຂ່າວພາຍ​ໃນຕົ້ນປີໜ້າ ຈີນຄາດວ່າຈະມີຜູ້ໂດຍສານຈີນເຂົ້າມາລາວຫຼາຍກວ່າ 1 ລ້ານຄົນດ້ວຍລົດໄຟ ລາວ-ຈີນ

ຕົ້ນປີໜ້າ ຈີນຄາດວ່າຈະມີຜູ້ໂດຍສານຈີນເຂົ້າມາລາວຫຼາຍກວ່າ 1 ລ້ານຄົນດ້ວຍລົດໄຟ ລາວ-ຈີນ

Published on

ທາງການຈີນ ຄາດວ່າ ຈະມີຜູ້ໂດຍສານ ຫຼາຍກວ່າ 1 ລ້ານຄົນ ຈະເດີນທາງດ້ວຍລົດໄຟ ຄວາມໄວສູງ ຈາກຄຸນໝິງ ເຂົ້າມາລາວ ໃນຊ່ວງວັນພັກ ປີໃໝ່ລາວ ໃນຕົ້ນປີໜ້າ. ເຖິງວ່າຈະມີຂໍ້ຈຳກັດການເດີນທາງຍ້ອນການແຜ່ລະບາດຂອງ COVID-19

ສໍານັກຂ່າວຕ່າງປະເທດລາຍງານວ່າ ທາງລົດໄຟຄວາມໄວສູງ ຈີນ-ລາວ ທີ່ໄດ້ເປີດນຳໃຊ້ໃນວັນທີ 3 ທັນວາ 2021, ລາຍງານໃນວັນທີ 16 ທັນວາ 2021 ວ່າ ມີຜູ້ໂດຍສານຈາກຈີນທີ່ໄດ້ເດີນທາງດ້ວຍລົດໄຟສາຍນີ້ ຫຼາຍກວ່າ 300,000 ຄົນ

ເຊິ່ງລາວ ໄດ້ປະກາດໃນອາທິດນີ້ວ່າ ຈະເລີ່ມຮັບນັກທ່ອງທ່ຽວໃນວັນທີ 1 ມັງກອນ 2022 ໂດຍມີປະຊາຊົນໃນ 5 ແຂວງ ເທິງເສັ້ນທາງລົດໄຟ ລາວ-ຈີນ ໄປສັກວັກຊີນກັນພະຍາດ ໂຄວິດ-19 ເພື່ອກະຕຸ້ນລະບົບພູມຕ້ານທານ ກ່ອນປະເທດລາວຈະເປີດການທ່ອງທ່ຽວອີກຄັ້ງ.
ເທດສະການກຸດຈີນທີ່ຈະເລີ່ມຂຶ້ນໃນວັນທີ 1 ກຸມພາ 2022 ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເສັ້ນທາງລົດໄຟຈະຫຍຸ້ງຫຼາຍປານໃດ. ການເດີນທາງເຂົ້າລາວແມ່ນຈະຕ້ອງໄດ້ຮັບອະນຸຍາດຈາກລັດຖະບານລາວກ່ອນ ແລະ ນັກເດີນທາງ ຍັງຕ້ອງຖືກກັກໂຕ ເປັນເວລາຫຼາຍມື້ ເມື່ອເດີນທາງເຂົ້າມາ ທັງຝັ່ງລາວ ແລະ ຈີນ.

ອ້າງອີງໂດຍ: channelnewsasia

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...