spot_img
Homeຂ່າວພາຍ​ໃນລັດຖະບານຈະພະຍາຍາມດຶງ 700 ກວ່າບໍລິສັດລົງທຶນເຂົ້າໃນເຂດເສດຖະກິດພິເສດໃນອີກ 5 ປີ

ລັດຖະບານຈະພະຍາຍາມດຶງ 700 ກວ່າບໍລິສັດລົງທຶນເຂົ້າໃນເຂດເສດຖະກິດພິເສດໃນອີກ 5 ປີ

Published on

ຄະນະຄຸ້ມຄອງເຂດເສດຖະກິດພິເສດໄດ້ວາງຄາດໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າ (2021-2025) ຈະສູ້ຊົນດຶງດູດການລົງທຶນເຂົ້າມາໃນເຂດໃຫ້ໄດ້ປະມານ 709 ບໍລິສັດ ພ້ອມຊຸກຍູ້ສ້າງວຽກເຮັດງານທຳໃຫ້ໄດ້ປະມານ 130.000 ຄົນ ໂດຍເນັ້ນໃສ່ແຮງງານລາວເປັນຫຼັກ; ຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ 1.217 ຕື້ກວ່າກີບ ໂດຍຈະສຸມໃສ່ລາຍຮັບຈາກອາກອນຕ່າງໆໃຫ້ຄົບຖ້ວນ.

ທ່ານ ສອນປະເສິດ ດາລາວົງ, ວ່າການຫົວໜ້າຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ທາງການຈະຕິດຕາມການຖືຮຸ້ນຂອງລັດຢູ່ເຂດພັດທະນາກວມລວມໄຊເຊດຖາ, ຈຸດ C  ສະຫວັນ-ເຊໂນ, ເຂດສາມຫຼ່ຽມຄໍາ, ເຂດປາກເຊ-ຍີ່ປຸ່ນ. ໃນກໍລະນີເຂດໃດທີ່ລັດເອົາດິນເປັນຮຸ້ນແຕ່ບໍ່ມີປະສິດທິຜົນ ອາດຈະປ່ຽນມາເປັນການເກັບຄ່າສຳປະທານໃນແຕ່ລະປີ. ນອກນັ້ນ ກໍຈະຈະເລັ່ງແກ້ໄຂບັນຫາຄົງຄ້າງຂອງບັນດາເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ ໂດຍຈະສຸມໃສ່ເຂດສາມຫຼ່ຽມຄໍາ ແລະ ເຂດບໍ່ເຕ່ນແດນງາມກ່ອນ ພ້ອມປະເມີນການປະຕິບັດສັນຍາຂອງບັນດາເຂດເສດຖະກິດພິເສດຢ່າງເປັນປົກກະຕິ ແລະປັບປຸງການບໍລິການປະຕູດຽວຂອງບັນດາເຂດເສດຖະກິດພິເສດໃຫ້ມີຄວາມສະດວກໃນດ້ານການບໍລິການ, ຫັນເປັນທັນສະໄໝ ແລະ ສາມາດອອກອະນຸຍາດຢູ່ກັບທີ່ໄດ້. ຂຶ້ນແຜນຄວາມຕ້ອງການແຮງງານສະໜອງແຮງງານລາວເຂົ້າເຂດ. ພ້ອມທັງ ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງຂອງລາວໃຫ້ມີສ່ວນຮ່ວມຈາກການພັດທະນາ; ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

ໃນຂະນະທີ່ການແຜ່ລະບາດພະຍາດໂຄວິດ-19 ຍັງບໍ່ສາມາດຄາດຄະເນໄດ້ວ່າຈະຢຸດຕິເມື່ອໃດ. ສະນັ້ນ, ການພັດທະນາເຂດເສດຖະກິດພິເສດຢູ່ປະເທດ ກໍຈະມີຜົນກະທົບເຊັ່ນດຽວກັນ ໂດຍສະເພາະການດຶງດູດການລົງທຶນ, ການປະຕິບັດພັນທະອາກອນ ແລະ ການສ້າງວຽກເຮັດງານທໍາ.

ຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...