spot_img
Homeຂ່າວພາຍ​ໃນສັກວັກຊີນກະຕຸ້ນ (Booster dose) ໃຫ້ກຸ່ມໃນພື້ນທີ່ການທ່ອງທ່ຽວສີຂຽວ ແລະ ບັນດາແຂວງຕາມທາງລົດໄຟ

ສັກວັກຊີນກະຕຸ້ນ (Booster dose) ໃຫ້ກຸ່ມໃນພື້ນທີ່ການທ່ອງທ່ຽວສີຂຽວ ແລະ ບັນດາແຂວງຕາມທາງລົດໄຟ

Published on

ແຈ້ງການ! ເລື່ອງ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບການກະຕຸ້ນ (Booster dose) ໃຫ້ກຸ່ມປະຊາກອນທົ່ວໄປ ທີ່ຢູ່ໃນເຂດພື້ນທີ່ການທ່ອງທ່ຽວສີຂຽວ ແລະ ບັນດາແຂວງ ຕາມເສັ້ນທາງ ລົດໄຟຄວາມໄວສູງ ລາວ-ຈີນ ທີ່ໄດ້ຮັບວັກຊີນຄົບ ຢ່າງຫນ້ອຍ 05 ເດືອນ ຂື້ນໄປ.

  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021;
  • ອີງຕາມ ຄໍາສັ່ງຂອງນາຍຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດ ໂຄວິດ-19 ສະບັບເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021; – ອີງຕາມ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ໃນ ສປປ ລາວ, ສະບັບເລກທີ 4887/ສພກ, ລົງວັນທີ 29 ພະຈິກ 2021; ອີງຕາມ ການຕົກລົງເຫັນດີໃນກອງປະຊຸມຄະນະກໍາມະການທີ່ປຶກສາວັກຊີນແຫ່ງຊາດ (NITAG) ຄັ້ງວັນທີ 08 ທັນວາ 2021.

ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເພີ້ມພູມຄຸ້ມກັນໃຫ້ກັບປະຊາກອນ ແລະ ຕັດຕ່ອງໂສ້ການລະບາດຂອງພະຍາດ ຢູ່ໃນຂັ້ນຊຸມຊົນ, ພ້ອມທັງຮັບປະກັນໃຫ້ແກ່ການເປີດການທ່ອງທ່ຽວສີຂຽວ ໂດຍ ສະເພາະ ໃນເຂດພື້ນທີ່ບັນດາແຂວງ ຕາມເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໃຫ້ໄດ້ຮັບຜົນດີ, ກະຊວງສາທາລະນະສຸກ ຈື່ງອອກແຈ້ງການ ດັ່ງນີ້:

  1. ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ໍາທາ ແລະ ໂຮງຫມໍສູນກາງ ຊີ້ນໍາໃຫ້ຂະແຫນງແມ່ ແລະ ເດັກ/ສັກຢາກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຊຸມຊົນ ແລະ ໂຮງຫມໍນ້ອຍ ຈັດຕັ້ງປະຕິບັດ ການສັກວັກຊີນ ສໍາລັບການກະຕຸ້ນ ຫຼື ເຂັມ 3 (Booster dose) ໃນກຸ່ມພະນັກງານແພດຫມໍ, ພະນັກງານແພດສາທາລະນະສຸກ, ພະນັກງານທີ່ເຮັດວຽກດ່ານຫນ້າ, ທະຫານ, ຕໍາຫຼວດ, ຄູອາຈານ, ພະນັກງານທົ່ວໄປ, ຜູ້ສູງອາຍຸ ແລະ ຜູ້ມີພາວະພະຍາດທາງດ້ານພູມຄຸ້ມກັນບົກຜ່ອງ (Immunocompromised) ແລະ ກຸ່ມປະຊາກອນທົ່ວໄປ ທີ່ມີ ອາຍຸ 18 ປີຂື້ນໄປ ໂດຍສະເພາະ ຜູ້ທີ່ເຮັດວຽກກະຊວງສາທາລະນະສຸກ, ຫ້ອງການກະຊວງ. ໂທ: 021 840 772 ຮັບໃຊ້ການບໍລິການ ເປັນຕົ້ນ ພະນັກງານ ທະນາຄານ, ຜູ້ເຮັດວຽກ ໂຮງແຮມ, ຮ້ານອາຫານ ແລະ ຜູ້ນໍາພາການທ່ອງທ່ຽວ ທີ່ໄດ້ຮັບວັກຊີນຄົບ ຢ່າງຫນ້ອຍ 5 ເດືອນຂຶ້ນໄປ;

2. ສໍາລັບການສັກວັກຊີນ ເພື່ອການກະຕຸ້ນ ຫຼື ເຂັມ 3 (Booster dose) ຢູ່ບັນດາແຂວງອື່ນໆ ແມ່ນໃຫ້ສຶບຕໍ່ໃນກຸ່ມທີ່ມີຄວາມສ່ຽງ ແລະ ຄະນະສະເພາະກິດ ໃນແຕ່ລະຂັ້ນ;

3. ໃນການສັກວັກຊີນເຂັມ 3 (Booster dose) ແມ່ນໃຫ້ສັກວັກຊີນ ແອສຕຣາເຊເນກາ (AstraZeneca) ທີ່ມີຢູ່ໃນປະຈຸບັນ ໂດຍບໍ່ຈໍາກັດວ່າ ວັກຊີນທີ່ໄດ້ສັກມາແລ້ວນັ້ນ ເຂັມ 01 ຫຼື ເຂັມ 02 ແມ່ນຊະນິດໃດກໍ່ຕາມ ເປັນຕົ້ນ Sinopharm,, AstraZeneca, Pfizer, Sputnik caz Johnson & Johnson;

4. ໃຫ້ສືບຕໍ່ບໍລິການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າຫມາຍ 18 ປີ ຂື້ນໄປ ຕາມຄູ່ມືແນະນໍາທາງດ້ານ ວິຊາການໃນການໃຫ້ວັກຊີນກັນພະຍາດແຕ່ລະຊະນິດ;

5. ໃຫ້ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ, ໂຮງຫມໍສູນກາງ ຊີ້ນໍາໃຫ້ຂະແຫນງແມ່ ແລະ ເດັກ/ວັກຊີນກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຊຸມຊົນ, ໂຮງຫມໍນ້ອຍ ສືບຕໍ່ຈັດຕັ້ງປະຕິບັດ ການບໍລິການໃຫ້ວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນກຸ່ມ ເດັກນ້ອຍ 12 ຫາ 17 ປີ ໂດຍໃຫ້ນໍາໃຊ້ວັກຊີນ Sinopharm ຫຼື SinoVac ໃນປະລິມານວັກຊີນ 01 ໂດສ໌ ເທົ່າກັນ 0.5 ມີລິລິດ; ໄລຍະຫ່າງ ເຂັ້ມ 1 ຫາ ເຂັ້ມ 2 ແມ່ນ 28 ວັນ (1 ເດືອນ);

6. ສໍາລັບຜູ້ທີ່ໄດ້ຮັບວັກຊີນ Pfizer ເຂັມ 01 ຜ່ານມາ ເມື່ອຮອດກໍານົດສັກ ເຂັ້ມ 02 ແມ່ນສາມາດຮັບວັກຊີນAstraZeneda ເຂັມ 02 ໄດ້ (ໃນກໍລະນີ ທີ່ວັກຊີນ Pfizer ບໍ່ມີສະຫນອງໃຫ້);

7. ໃຫ້ກະກຽມທິມງານ ແລະ ຊຸດເຊີດຊູ ໃນກໍລະນີ ຫປພຊ ໄປພ້ອມ ໃນເວລາໃຫ້ບໍລິການສັກວັກຊີນ, ພ້ອມຕິດຕາມພາຍຫຼັງໃຫ້ວັກຊີນຢ່າງໃກ້ຊິດ ແລະ ໃຫ້ລາຍງານກໍລະນີ ຫປພຊ ທຸກໆວັນ ຕາມແຕ່ລະຂັ້ນ;

8. ໃຫ້ບັນດາແຂວງ, ນະຄອນຫຼວງ, ເມືອງ ປະສານງານກັບພະແນກສຶກສາແຂວງ, ຫ້ອງການສຶກສາເມືອງ ຫຼື ຄູອາຈານ ຢູ່ແຕ່ລະໂຮງຮຽນໃນແຕ່ລະບ້ານ ເພື່ອເກັບກໍາເປົ້າຫມາຍ ກຸ່ມເດັກນ້ອຍອາຍຸ 6-11 ປີ ເພື່ອກະກຽມໃຫ້ແກ່ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນຕົ້ນປີ 2022.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

.

.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...