spot_img
Homeຂ່າວພາຍ​ໃນລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 11 ທັນວາ 2021

ລາຍລະອຽດຂອງຜູ້ເສຍຊີວິດໃໝ່ ປະຈໍາວັນທີ 11 ທັນວາ 2021

Published on

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 10 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 8.074 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,898 ຄົນ (ຕິດເຊື້ອພາຍໃນ ມີ 1,897 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 88,064  ຄົນ,  ເສຍຊີວິດສະສົມ 236 ຄົນ ກວມເອົາ 0.26% ຂອງຜູ້ຕິດເຊື້ອທັງໝົດ (ໃນນີ້ເສຍຊີວິດໃໝ່ 5 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 599 ຄົນ, ກໍາລັງປິ່ນປົວ 12,011 ຄົນ.ເຊິງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ທີ່ຕິດເຊື້ອພະຍາດໂຄວີດ-19ທີ່ກຳລັງປີ່ນປົວ ແມ່ນ 13.7 % ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86,3%  ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ.

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,897 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 737 ຄົນ ໃນ 228 ບ້ານ ແລະ 9 ເມືອງ
  2. ຊຽງຂວາງ ມີ 344 ຄົນ
  3. ຫົວພັນ ມີ 184 ຄົນ
  4. ບໍ່ແກ້ວ ມີ 90 ຄົນ
  5. ຫຼວງພະບາງ ມີ 89 ຄົນ
  6. ຫຼວງນໍ້າທາ ມີ 81 ຄົນ
  7. ອຸດົມໄຊ ມີ 79 ຄົນ
  8. ແຂວງວຽງຈັນ ມີ 74 ຄົນ
  9. ສະຫວັນນະເຂດ ມີ 49 ຄົນ
  10. ໄຊສົມບູນ ມີ 43 ຄົນ
  11. ບໍລິຄຳໄຊ ມີ 41 ຄົນ
  12. ໄຊຍະບູລີ ມີ 26 ຄົນ
  13. ຄຳມ່ວນ ມີ 19 ຄົນ
  14. ອັດຕະປື ມີ 17 ຄົນ
  15. ຈຳປາສັກ ມີ 12 ຄົນ
  16. ສາລະວັນ ມີ 7 ຄົນ
  17. ຜົ້ງສາລີ ມີ 4 ຄົນ
  18. ເຊກອງ ມີ 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ, ຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.

ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 05 ຄົນ:

1). ເພດຍິງ, ອາຍຸ 61 ປີ, ບ້ານດອນປ່າໃໝ່ ,ເມືອງສີສັດຕະນາກ, ນະຄອນຫຼວງ .

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ ກິນຢາປະຈຳມາ 10 ກ່ວາປີ
  • ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 01 ເຂັມ
  • ຄົນເຈັບເລີ່ມໄຂ້,ໄອ, ຫາຍໃຈຝືດ ແຕ່ວັນທີ 29 ພະຈິກ 2021 ແລະ ວັນທີ 02 ທັນວາ 2021: ໄດ້ກວດໂຄວິດຢູ່ໂຮງໝໍ 103 ໃຫ້ຜົນບວກ
  • ວັນທີ 04 ທັນວາ 2021: ເຂົ້ານອນຕິດຕາມປີ່ນປົວຢູ່ສູນຫ້ວຍຫົງ
  • ວັນທີ 05 ທັນວາ 2021: ຍ້າຍມານອນຕຶກໃໝ່ໂຮງໝໍມິດຕະພາບ
  • ຕໍ່ມາຄົນເຈັບມີອາການ ກະວົນກະວາຍ, ຫາຍໃຈຝືດ,ນອນພຽງບໍ່ໄດ້, ຫາຍໃຈໄວ ແລະ ຫອບ
  • ລວມມື້ປິ່ນປົວ: 05-10 ທັນວາ 2021, ລວມເປັນ 06 ວັນ
  • ມາຮອດເວລາ 04:50 ນາທີ ຂອງວັນທີ່ 10 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດລົງ.

2). ເພດຍິງ, ອາຍຸ 87 ປີ, ບ້ານນາວຽງຄຳ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ

  • ພະຍາດປະຈຳໂຕ: ເປັນ ວັນນະໂລກປອດມາກ່ອນ ໄດ້ກິນຢາຄົບເປັນໄດ້ 20 ປີ, ບໍ່ເຄີຍເຊັກສຸຂະພາບ
  • ບໍ່ໄດ້ສັກຢາປ້ອງກັນໂຄວິດ-19
  • ເຂົ້າໂຮງໝໍ ວັນທີ່ 07 ທັນວາ 2021, ເວລາ 10:20 ໂມງ: ຜູ້ກ່ຽວມີອາການໄຂ້, ໄອ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ຄົນເຈັບໄຂ້ຢູ່ບ້ານໄດ້ 10 ວັນໄຂ້ຫຸ່ມໆ-ໄອເລັກນ້ອຍ, ເຈັບທ້ອງເຂດກະເພາະ ອິດເມື່ອຍ ພີ່ນ້ອງຈຶ່ງພາມາກວດຢູ່ສຸກເສີນແລ້ວສົ່ງມານອນຕຶກແຍກປ່ຽວເວລາ 11:10 ໂມງ
  • ມາຮອດເວລາ 12:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

3)  ເພດຍິງ ອາຍຸ 80 ປິ, ບ້ານອຸມມົງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ພະຍາດຜ່ານມາ: ຫຼ່ອຍຫຼາຍກ່ວາ 20 ປີ
  • ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
  • ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 30 ພະຈິກ 2021 ຍ້ອນ ເມື່ອຍ, ອ່ອນແຮງ ແຂນຂາ, ຄົນເຈັບງ້ວງຊຶມ ແລະ ກິນດື່ມບໍ່ໄດ້
  • ສະພາບໄລຍະການປິ່ນປົວແມ່ນບໍ່ມີອາການດີຂື້ນ ສະຕິງ້ວງຊືມຕະຫຼອດ ບໍ່ສາມາດກິນດື່ມໄດ້ ອາການຊຸດໂຊມລົງຫຼາຍໃນແຕ່ລະວັນ.
  • ໄລຍະການປິ່ນປົວ: 30 ພະຈິກ -10 ທັນວາ 2021, ລວມເປັນ 11 ວັນ
  • ມາຮອດເວລາ 03:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

4). ເພດຊາຍ, ອາຍຸ 91 ປີ, ບ້ານນາຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບມາກ່ອນ
  • ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
  • ວັນທີ 05 ທັນວາ 2021: ຜົນກວດຢັ້ງຢືນພົບເຊື້ອໂຄວິດ-19 ແລະ ເຂົ້ານອນສູນສີເກີດ
  • ເວລາ 19:30 ນາທີ ຂອງວັນທີ 06 ທັນວາ 2021: ຮັບຄົນເຈັບຈາກສູນສີເກີດ ມານອນປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການເມື່ອຍ, ຫາຍໃຈຝຶດ ແລະ ຫາຍໃຈຫອບ
  • ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ
  • ມາຮອດເວລາ 05:58 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ

5). ເພດຍິງ 74 ປີ, ບ້ານສີບຸນເຮືອງ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ມາໄດ້ຫລາຍປີ ກິນຢາປະຈໍາ
  • ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຄົບ
  • ເວລາ 12:21 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ແໜ້ນໜ້າເອິກ ແລະ ອ່ອນເພຍມາໄດ້ 03 ວັນ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
  • ໄລຍະການປິ່ນປົວ: 07-10 ທັນວາ 2021, ລວມເປັນ 04 ວັນ
  • ມາຮອດເວລາ 10:30 ນາທີຂອງວັນທີ 10 ທັນວາ 2021: ຄົນເຈັບໄດ້ເສຍຊີວິດລົງ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...