spot_img
Homeຂ່າວຕ່າງປະເທດປະເທດສະວິດ ອະນຸມັດໃຫ້ໃຊ້ເຄື່ອງທີ່ຊ່ວຍເຮັດໃຫ້ເສຍຊີວິດແບບບໍ່ຕ້ອງເຈັບປວດ

ປະເທດສະວິດ ອະນຸມັດໃຫ້ໃຊ້ເຄື່ອງທີ່ຊ່ວຍເຮັດໃຫ້ເສຍຊີວິດແບບບໍ່ຕ້ອງເຈັບປວດ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: “Sarco” ແມ່ນເຄື່ອງມືທີ່ຊ່ວຍເຮັດໃຫ້ຄົນທີ່ຕ້ອງການຢາກເສຍຊີວິດແຕ່ບໍ່ຕ້ອງເຈັບປວດ ເຄື່ອງນີ້ໄດ້ຮັບການພັດທະນາໂດຍບໍລິສັດ Exit international ທີ່ຜ່ານການກວດສອບທາງດ້ານກົດໝາຍ ແລະ ໄດ້ຮັບການອະນຸມັດໃຫ້ໃຊ້ໃນປະເທດສະວິດ.

ໃນປີ 2020 ມີຜູ້ເສຍຊີວິດຈາກການກາລຸນຍະຄາດປະມານ 1,300 ຄົນໃນປະເທດສະວິດ ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງກອນຊ່ວຍເຫຼືອດ້ານການກາລຸນຍະຄາດທີ່ໃຫຍ່ທີ່ສຸດ 2 ແຫ່ງໃນສະວິດໄດ້ແກ່ Dignitas ແລະ Exit ເຊິ່ງບໍ່ມີຄວາມກ່ຽວຂ້ອງກັບ Exit International.

ໃນປັດຈຸບັນວິທີການທີ່ໃຊ້ຢູ່ແມ່ນຄືການໃຊ້ສານ ເຊິ່ງສົ່ງຜົນໃຫ້ຮ່າງກາຍນອນຫຼັບໄປປະມານ 2-5 ນາທີ ກ່ອນທີ່ຈະຕົກຢູ່ໃນອາການໂຄມ່າ ແລະ ເສຍຊີວິດ ແລະ Sarco ໄດ້ສະເໜີແນວທາງໃໝ່ເພື່ອການເສຍຊີວິດຢ່າງສະຫງົບໂດຍບໍ່ຕ້ອງໃຊ້ສານຄວບຄຸມ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...