spot_img
Homeຂ່າວຕ່າງປະເທດສະຫະລັດພິຈາລະນາອົບພະຍົບພົນລະເມືອງອອກຈາກຢູເຄຣນຫາກຣັດເຊຍຮຸກຮານ

ສະຫະລັດພິຈາລະນາອົບພະຍົບພົນລະເມືອງອອກຈາກຢູເຄຣນຫາກຣັດເຊຍຮຸກຮານ

Published on

ເວັບໄຊ ຢູເອັນເອັນ ລາຍງານ: ຝ່າຍບໍລິຫານຂອງປະທານາທິບໍດີ ໄບເດນ, ສະຫະລັດອາເມລິກາ ກຳລັງພິຈາລະນາທາງເລືອກໃນການອົບພະຍົບພົນລະເມືອງສະຫະລັດອອກຈາກຢູເຄຣນ ຫາກຣັດເຊຍເຂົ້າຮຸກຮານປະເທດດັ່ງກ່າວ ທັງທີ່ຍັງບໍ່ໝັ້ນໃຈວ່າທາງຣັດເຊຍຈະດຳເນີນການບຸກໂຈມຕີຢູເຄຣນ ຫຼື ບໍ່.

ເຈົ້າໜ້າທີ່ລະດັບສູງຂອງສະຫະລັດກ່າວວ່າ: ຍັງບໍ່ເປັນທີ່ຊັດເຈນວ່າ ທາງຣັດເຊຍໄດ້ຕັດສິນໃຈບຸກໂຈມຕີຢູເຄຣນແທ້ ຫຼື ບໍ່ ແຕ່ປະທານາທິບໍດີ ວາລາດີເມຍ ປູຕີນ ກໍໄດ້ມີການຮວບຮວມກອງກຳລັງ ລວມທັງອຸປະກອນ ແລະສະບຽງອາຫານໄວ້ໃກ້ບໍລິເວນເຂດຊາຍແດນຢູເຄຣນ. ແຕ່ຝ່າຍບໍລິຫານສະຫະລັດຈຳນວນໜຶ່ງຊໍ້າພັດໃຫ້ຄຳເຫັນວ່າ ຍັງບໍ່ມີຄວາມຈຳເປັນໃນການອົບພະຍົບໃດໆ ເພາະເຫດການບຸກໂຈມຕີຍັງບໍ່ໄດ້ເກີດຂຶ້ນ.

ປັດຈຸບັນປະເທດຢູເຄຣນກໍຍັງໃຊ້ຊີວິດປົກກະຕິ ຂະນະທີ່ສາຍການບິນສາກົນພາຍໃນປະເທດກໍຍັງເປີດໃຫ້ບໍລິການເປັນປະຈຳ ສ່ວນບັນດາດ່ານຊາຍແດນທາງບົກທີ່ຕິດກັບປະເທດເພື່ອນບ້ານທາງທິດຕາເວັນຕົກຂອງຢູເຄຣນກໍຍັງເປີດຢູ່.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...