spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ອອກດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ

ນາຍົກລັດຖະມົນຕີ ອອກດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ

Published on

ດໍາລັດ ວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ

  • ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ຫນັງສືສະເຫນີຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 584/ຖວທ, ລົງວັນທີ 18 ພະຈິກ 2021.

ນາຍົກລັດຖະມົນຕີ ອອກດໍາລັດ:

ມາດຕາ 1. ຈຸດປະສົງ: ດໍາລັດສະບັບນີ້ ກໍານົດອົງປະກອບ, ມາດຕະຖານ ຂອງຊຸດເຄື່ອງນຸ່ງປະຈໍາຊາດ ເພື່ອໃຫ້ມີຄວາມ ເປັນເອກະພາບ, ຮັກສາໄດ້ລັກສະນະຊາດ, ມະຫາຊົນ ແລະ ກ້າວຫນ້າ ແນໃສ່ອະນຸລັກ, ສືບທອດ ຮີດຄອງ ປະເພນີ, ເສີມຂະຫຍາຍ ແລະ ພັດທະນາ ຫົວຄິດປະດິດສ້າງຂອງປະຊາຊົນ ດ້ານສີໄມ້ລາຍມືອັນປານີດຈົບງາມ ທີ່ເປັນເອກະລັກອັນໂດດເດັ່ນຂອງຊາດ.

ມາດຕາ 2 ຊຸດເຄື່ອງນຸ່ງປະຈໍາຊາດ: ຊຸດເຄື່ອງນຸ່ງປະຈໍາຊາດ ແມ່ນ ເຄື່ອງນຸ່ງຫົ່ມ, ເຄື່ອງປະດັບເອ້ ທີ່ເປັນເອກະລັກ ແລະ ມູນເຊື້ອ ວັດທະນະທໍາ ທີ່ນໍາໃຊ້ແຕ່ງກາຍຂອງທ່ານຍີງ ແລະ ທ່ານຊາຍ ເພື່ອເຂົ້າຮ່ວມ ພິທີທາງການ, ພິທີການ ແລະ ພິທີກໍາ ຕາມຄວາມເຫມາະສົມ.

ມາດຕາ 3 ຂອບເຂດການນໍາໃຊ້ດໍາລັດ: ດໍາລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບຊຸດເຄື່ອງນຸ່ງປະຈໍາຊາດ.

ມາດຕາ 4 ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ: ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຍິງ ມີ ດັ່ງນີ້: 1. ເສື້ອ; 2. ສິ້ນ; 3. ແພບ່ຽງ: 4. ເກີບ.

ມາດຕາ 5 ອົງປະກອບຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຊາຍ: ອົງປະກອບ ຊຸດເຄື່ອງນຸ່ງປະຈໍາຊາດ ທ່ານຊາຍ ມີ ດັ່ງນີ້: 1. ເສື້ອ; 2. ໂສ້ງ; 3. ເກີບ.

ມາດຕາ 6 ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ: ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຍິງ ມີ ດັ່ງນີ້:

1.ເສື້ອ:

  • ແພເສື້ອ: ແພໄຫມ, ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;
  • ສີເສື້ອ: ບໍ່ຈໍາກັດສີ;
  • ຄໍເສື້ອ: ຂະຫນາດ ສີ່ ຫາ ເຈັດ ຊັງຕີແມັດ, ກໍ່ປ້າຍໃສ່ແຂບ ປ້າຍຂວາ ຫາ ຊ້າຍ, ຕໍ່າ ຫຼື ປັກແສ່ວ ດ້ວຍຝ້າຍ ຫຼື ໄຫມ ແລະ ຕິດກະດຸມ ທີ່ມີສີກົມກືນກັບສີແພເສື້ອ ສອງ ຫາ ສາມ ເມັດ ຢູ່ປາຍແຂບເສື້ອ;
  • ແຂນເສື້ອ: ແຂນຍາວຊົງກະບອກ ຍາວກາຍແຂນສອກ ເຖິງ ຂໍ້ແຂນ.
  1. ສິ້ນ:
  • ຜືນສິ້ນ: ມີຫົວສິ້ນ ແລະ ຕີນສິ້ນ;
  • ສິ້ນຝ້າຍ ແລະ ສິ້ນໄຫມ ລາຍຈົກ, ລາຍຂິດ, ລາຍຂັ້ນ ແລະ ລາຍອື່ນ ຕາມຄວາມເຫມາະສົມ;
  • ຕີນສິ້ນ ຂະຫນາດ ສິບແປດ ຫາ ຊາວຫ້າ ຊັງຕີແມັດ ສີກົມກືນກັບຜືນ;
  1. ແພບ່ຽງ: ແພບ່ຽງຕໍ່າເປັນຊຸດກົມກືນກັບຜືນສິ້ນ, ຂະຫນາດລວງຍາວ ສອງຮ້ອຍຊາວ ຫາ ສອງຮ້ອຍຊາວຫ້າ ຊັງຕີແມັດ, ລວງກວ້າງ ສາມສິບຫົກ ຫາ ສີ່ສິບ ຊັງຕີແມັດ;

4.ເກີບ: ເກີບສຸບ ປິດສົ້ນ ປີດປາຍ ມີສົ້ນ, ສີດໍາ, ສີນ້ໍາຕານ ຫຼື ສີອື່ນ ທີ່ກົມກືນກັບເຄື່ອງນຸ່ງ.

ມາດຕາ 7 ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ມີ ດັ່ງນີ້:

  1. ເສື້ອ;
  • ແພເສື້ອ: ແພໄຫມ ຫຼື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;
  • ສີເສື້ອ: ບໍ່ຈໍາກັດສີ;
  • ຄໍເສື້ອ: ທໍ່ຕັ້ງປີດ;
  • ຖົງເສື້ອເປັນຖົງເຈາະ ຢູ່ເບື້ອງເທິງດ້ານຊ້າຍ ຫນຶ່ງ ຖົງບໍ່ມີຝາປິດ, ຖົງເສື້ອລຸ່ມ ສອງ ຖົງ ມີຝາປິດ;
  • ແຂນເສື້ອ: ແຂນຍາວຊົງກະບອກ ຕິດກະດຸມ ສາມ ເມັດ ຢູ່ປາຍແຂນເສື້ອ; – ດ້ານຫຼັງເສື້ອແຈກ ສອງ ເບື້ອງ;
  • ກະດຸມເສື້ອ ຫ້າ ຫາ ເຈັດ ເມັດ.
  1. ໂສ້ງ:
  • ແພໂສ້ງ: ແພສີດໍາ, ສີມືດ ທີ່ເປັນຜະລິດຕະພັນລາວ ຫຼື ເພອື່ນ;
  • ໂສ້ງ: ຂາຍາວຊົງກະບອກ. 3. ເກີບ: ເກີບສີດໍາ ຫຼື ສີມີດ ແລະ ຖົງເທົ້າສີດໍາ ຫຼື ສິມີດ.

ມາດຕາ 8 ຂໍ້ຫ້າມ

  • ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:
  • ແຕ່ງກາຍຊຸດເຄື່ອງນຸ່ງປະຈໍາຊາດ ເຄື່ອນໄຫວ ຫຼື ກະທໍາຜິດ ກົດຫມາຍ ແລະ ລະບຽບການ;
  • ນໍາເອົາຊຸດເຄື່ອງນຸ່ງປະຈໍາຊາດ ໄປໂຄສະນາ ບິດເບືອນ, ໃສ່ຮ້າຍປ້າຍສີ, ລົບລູ່, ເເຕະຕ້ອງກຽດສັກສີ ແລະ ເປັນການແບ່ງແຍກຄວາມສາມັກຄີພາຍໃນຊາດ;
  • ນໍາເອົາຊຸດເຄື່ອງນຸ່ງປະຈໍາຊາດ ໄປເປັນເຄື່ອງແບບຂອງພະນັກງານອົງການຈັດຕັ້ງຕົນ;
  • ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ.

ມາດຕາ 9 ການຈັດຕັ້ງປະຕິບັດ

  • ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.
  • ບັນດາກະຊວງ, ອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ອົງການ ຈັດຕັ້ງສັງຄົມ, ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ຕາມດໍາລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 10 ຜົນສັກສິດ

 

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...