spot_img
Homeຂ່າວພາຍ​ໃນເປີດໃຫ້ສັກແລ້ວ ສໍາລັບວັກຊີນເຂັມທີ 3

ເປີດໃຫ້ສັກແລ້ວ ສໍາລັບວັກຊີນເຂັມທີ 3

Published on

ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ແຈ້ງໃຫ້ພະນັກງານແພດໝໍ ແລະ ພະນັກງານດ່ານໜ້າສາມາດໄປສັກວັກຊີນເຂັມທີ 3 ໄດ້ ໂດຍເນື້ອໃນຖະແຫຼງການມີດັ່ງນີ້:

ພວກເຮົາໄດ້ມີແຈ້ງການສະບັບທີ 3 ທີ່ອອກໃນວັນທີ 25 ພະຈິກ 2021 ໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກແຈ້ງການສະບັບເລກທີ 134 ເລື່ອງການຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດໂຄວິດສໍາລັບການກະຕຸ້ນບຸກຄະລາກອນທາງການແພດ ແລະ  ພະນັກງານທີ່ເຮັດວຽກເປັນປ້ອມດ່ານໜ້າເຊິ່ງພວກເຮົາເອີ້ນວ່າການສັກຢາເຂັມສາມ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການສັກຢາວັກຊີນໂຄວິດ-19 ບັນລຸຄາດໝາຍ ແລະ ຮັບປະກັນບໍ່ໃຫ້ຢາແອສຕຣາເຊເນກາໝົດອາຍຸກ່ອນການນໍາໃຊ້ ເພື່ອຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດ ກະຊວງສາທາລະນະສຸກຈຶ່ງແຈ້ງການມາຍັງບັນດາທ່ານຄື:

  • ໃຫ້ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ, ໂຮງໝໍສູນກາງຊີ້ນໍາໃຫ້ຂະແໜງແມ່ ແລະ ເດັກສັກຢາກັນພະຍາດຫ້ອງການສາທາລະນະສຸກເມືອງເພື່ອຈັດຕັ້ງປະຕິບັດການສັກວັກຊີນເຂັມສາມທີ່ເຮົາເອີ້ວ່າເຂັມບູສເຕີໃຫ້ແກ່ພະນັກງານແພດໝໍ, ພະນັກງານສາທາລະນະສຸກ ແລະ ພະນັກງານທີ່ເຮັດວຽກດ່ານໜ້າ ໃນການຕອບໂຕ້ແກ້ໄຂການລະບາດຂອງພະຍາດໂຄວິດ-19.
  • ສໍາລັບພະນັກງານດ່ານໜ້າໃຜທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບສອງເຂັມແລ້ວ ແລະ ມີໄລຍະຫ່າງ 5 ເດືອນຂຶ້ນໄປສາມາດໄປສັກວັກຊີນເຂັມທີ 3 ໄດ້ ແລະ ໃຫ້ັສັກສະເພາະວັກຊີນແອສຕຣາເຊເນກາຊະນິດທີ່ຜະລິດຈະໝົດອາຍຸໃນວັນທີ 30 ເດືອນພະຈິກ 2021 ນີ້
  • ສໍາລັບແຂວງທີ່ມີວັກຊີນແອສຕຣາເຊເນກາທີ່ຈະໝົດອາຍຸໃນວັນດັ່ງກ່າວແມ່ນໃຫ້ເອົາໃຈໃສ່ປະຕິບັດສັກເຂັມ 1 ເຂັມ, ເຂັມ2 ແລະ ເຂັມ 3 ສ່ວນແຂວງທີ່ຍັງໜ້ອຍໃຫ້ສັກເຂັມໜຶ່ງ ແລະ ເຂັມສອງໃຫ້ສໍາເລັດກ່ອນວັນທີ 30 ພະຈິກ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...