spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມການແຕ່ງດອງຂອງເດັກໃນລາວຈັດຢູ່ອັດຕາສູງສຸດໃນອາຊີຕາເວັນອອກ

ການແຕ່ງດອງຂອງເດັກໃນລາວຈັດຢູ່ອັດຕາສູງສຸດໃນອາຊີຕາເວັນອອກ

Published on

ອົງການຊ່ວຍເຫຼືອເດັກນ້ອຍລາວລາຍງານວ່າ: ສປປ ລາວ ມີອັດຕາການແຕ່ງດອງຂອງເດັກນ້ອຍສູງທີ່ສຸດໃນອາຊີຕາເວັນອອກ ໂດຍກວມປະມານ 20% ຂອງເດັກຍິງທີ່ມີອາຍຸຕໍ່າກວ່າ 20 ປີທີ່ແຕ່ງດອງແລ້ວ ບວກກັບບັນທັດຖານທາງສັງຄົມໃນບາງກຸ່ມຊົນເຜົ່າໃນລາວ ເຊັ່ນ ມົ້ງ ແລະກຶມມຸ ທີ່ມີຄວາມເຊື່ອວ່າ ແມ່ຍິງຄວນແຕ່ງດອງກ່ອນອາຍຸ 17 ປີ.

ຄວາມສ່ຽງຂອງການແຕ່ງດອງກ່ອນໄວອັນຄວນນັ້ນມີຫຼາກຫຼາຍ ທີ່ສົ່ງຜົນກະທົບທັງທາງດ້ານສຸຂະພາບຂອງແມ່ ແລະເດັກ ລວມເຖິງປັນຫາທາງດ້ານເສດຖະກິດ, ການແຕ່ງດອງກ່ອນໄວອັນຄວນຍັງເປັນການບີບບັງຄັບໃຫ້ເດັກຍິງຈຳຕ້ອງອອກໂຮງຮຽນ ເຮັດໃຫ້ພວກເຂົາບໍ່ມີໂອກາດໜ້ອຍລົງໃນການໃຊ້ຊີວິດ ແລະສ່ຽງຕໍ່ການຖືກທຳຮ້າຍຮ່າງກາຍທີ່ຮຸນແຮງ.

ການປະຕິບັດທີ່ເປັນອັນຕະລາຍນີ້ ເປັນການປະຕິເສດສິດຂອງເດັກຍິງ ໃນການຕັດສິນໃຈທີ່ສຳຄັນ ກ່ຽວກັບສຸຂະພາບທາງເພດ ແລະຄວາມເປັນຢູ່ທີ່ດີຂອງພວກເຂົາ ຂະນະທີ່ເດັກຍິງຫຼາຍຄົນຖືພາໃນຕອນທີ່ຮ່າງກາຍຍັງບໍ່ພ້ອມ ເຊິ່ງເພີ່ມຄວາມສ່ຽງພາວະແຊກຊ້ອນໃນຊ່ວງການຖືພາ ແລະການເກີດລູກ. ຢ່າງໃດກໍຕາມ, ພາວະແຊກຊ້ອນດັ່ງກ່າວ ເປັນສາເຫດສຳຄັນຂອງການເສຍຊີວິດຂອງໄວຮຸ່ນຍິງທີ່ມີອາຍຸລະຫວ່າງ 15-19 ປີໃນທົ່ວໂລກ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...