spot_img
HomeBaby-ແມ່ແລະເດັກ6 TIPS ງາມຢ່າງປອດໄພ ຕອນຖືພາ

6 TIPS ງາມຢ່າງປອດໄພ ຕອນຖືພາ

Published on

 

 

 

01_206

1.ດື່ມນ້ຳໃຫ້ຜິວສົດໃສ

ແມ່ຄວນດື່ມນ້ຳຫຼາຍໆ ເປັນ 1 ໃນເຄັດລັບເພີ່ມຄວາມສວຍງາມ ເພາະນອກຈາກບໍ່ເຮັດໃຫ້ຜິວແຫ້ງແລ້ວ ຍັງຊ່ວຍໃຫ້ເລືອດໄຫຼວຽນດີ ເຊິ່ງຈະລຳລຽນອົກຊີເຈນໄປເຖິງລູກນ້ອຍ.

 2.ຫາເວລາແຫ່ງຄວາມສຸກກັບລູກນ້ອຍ

ຖ້າແມ່ມີຄວາມສຸກຍ່ອມໝາຍເຖິງຄວາມສຸກຂອງລູກນຳ ເຊິ່ງຫາກແມ່ອາລົມດີ ແລະມີຄວາມສຸກກັບການຖືພາ ກໍ່ຈະເຮັດໃຫ້ແມ່ຮູ້ສຶກວ່າຕົນເອງເປັນຜູ້ຍິງທີ່ງາມ ໃດ້ງ່າຍໆ .

3.ເບິ່ງແຍງຜົມ

ຄົນຖືພາຫຼາຍຄົນອາດຈະເຈີກັບບັນຫາຜົມຫຼົ່ນ ຜົມແຫ້ງເສຍເວລາຖືພາ ດັ່ງນັ້ນ ຕ້ອງຫັນມາໃສ່ໃຈສຸຂະພາບຜົມຫຼາຍໆ ຄວນສະຜົມໃຫ້ສະອາດແລະນວດຫົວເບົາໆ ຄວບຄູ່ໄປນຳ ຈະຊ່ວຍໃຫ້ເລືອດໄປລ້ຽງເສັ້ນຜົມ ແລະລົດບັນຫາຜົມແຫ້ງລົງໃດ້.

4.ບຳລຸງດວງຕາໃຫ້ໃສປິ້ງ

ຂອບຕາໝອງຄ້ຳ ຈະເຮັດໃຫ້ແມ່ຖືພາເບິ່ງຄືບໍ່ສົດໃສ ລອງໃຊ້ວິທີການລ້າງໜ້າດ້ວຍນ້ຳເຢັນ ກໍ່ຈະຊ່ວຍເຮັດໃຫ້ສົດຊື່ນຂື້ນ ແລະວິທີນີ້ຍັງຊ່ວຍເຮັດໃຫ້ດວງຕາໃສປິ້ງອີກດ້ວຍ.

5.ປອດໄພຈາກຜິວແຫ້ງ

ຜິວແຫ້ງຈົນຮູ້ສຶກຄັນຕາມໂຕ ມັກຈະນຳຄວາມລຳຄານມາສູ່ຄົນຖືພາທຸກຄົນ ແຕ່ບໍ່ຕ້ອງກັງວົນ ວິທີທີ່ຈະຊ່ວຍໃຫ້ຫາຍຈາກອາການນີ້ກໍ່ພຽງໃຊ້ນ້ຳທຳມະຊາດ ເຊັ່ນ: ນ້ຳໝາກພ້າວ, ນ້ຳມັນໝາກກອກ, ທາໃຫ້ທົ່ວຜິວ ປັນຫາຜິວແຫ້ງແລະອາການຄັນກໍ່ຈະຫາຍໄປ.

ເລື່ອງຜິວພັນເປັນເລື່ອງສຳຄັນສຳລັບຜູ້ຍິງສະເໝີ ເຊິ່ງປັນຫາຜິວສ່ວນໜຶ່ງກໍ່ເກິດຈາກອາຫານທີ່ເຮົາກິນເຂົ້າໄປ ແມ່ຄວນຈະໃຊ້ຊ່ວງເວລານີ້ໄປກັບການເລືອກກິນອາຫານທີ່ມີຄຸນຄ່າຢ່າງຜັກແລະໝາກໄມ້ທີ່ມີປະໂຫຍດ ເຊັ່ນ : ຜັກຫົມ ,  Beetroot , ຖົ່ວ ຖ້າເປັນໝາກໄມ້ກໍ່ຍ່າຂາດໝາກກຽງ , ມາກກ້ວຍ ແລະແອບເປິ່ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...