spot_img
Homeຂ່າວຕ່າງປະເທດMolnupiravir ຢາປົວພະຍາດ ໂຄວິດ-19 ແບບກິນ ສີລັງກາ ເລີ່ມນໍາໃຊ້ແລ້ວ

Molnupiravir ຢາປົວພະຍາດ ໂຄວິດ-19 ແບບກິນ ສີລັງກາ ເລີ່ມນໍາໃຊ້ແລ້ວ

Published on

ວັນທີ 17 ພະຈິກ 2021 ສໍານັກຂ່າວ Komchadluek ລາຍງານວ່າ ລັດຖະມົນຕີກະຊວງສາທາລະນະສຸກສີລັງກາ ກ່າວວ່າ ເມື່ອບໍ່ດົນມານີ້ ລັດຖະບານໄດ້ອະນຸມັດການໃຊ້ຢາ molnupiravir ເປັນຄັ້ງທຳອິດເພື່ອປິ່ນປົວພະຍາດ ໂຄວິດ-19 ແບບກິນຊະນິດທໍາອິດ ສໍາລັບການປິ່ນປົວຜູ້ປ່ວຍ ໂຄວິດ-19 ພາຍໃນປະເທດ

ສື່ທ້ອງຖິ່ນໄດ້ອ້າງວ່າ ລັດຖະມົນຕີກະຊວງການຜະລິດ ແລະ ຄວບຄຸມຢາ Janna Jayasumana ໄດ້ກ່າວວ່າ ຢາເມັດ molnupiravir ໄດ້ຖືກພັດທະນາໂດຍບໍລິສັດ Merck Sharp and Dohm (MSD) ແລະ Ridgeback Biotherapeutics ບໍລິສັດຢາຂອງສະຫະລັດ ໄດ້ຮັບການອະນຸມັດຈາກຄະນະກໍາມະການດ້ານວິຊາການທາງດ້ານພະຍາດ ໂຄວິດ-19 ແລະ ຜູ້ຊຽວຊານດ້ານການແພດຂອງສີລັງກາ ໂດຍຢາດັ່ງກ່າວ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເຂົ້າປິ່ນປົວໃນໂຮງໝໍ ແລະ ການເສຍຊີວິດ 50 ສ່ວນຮ້ອຍ.

Jayasumana ກ່າວວ່າ ຄະນະກໍາມະການອະນຸມັດການນໍາໃຊ້ຢາ Molnupiravir ໃນການປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ຕາມ​ການ​ຮ້ອງ​ຂໍ​ຂອງ​ເຂົາ​ເຈົ້າ ແລະ ເພີ່ມວ່າ ຢາດັ່ງກ່າວຈະຖືກລົງທະບຽນຢູ່ໃນສີລັງກາໃນອະນາຄົດ ເພື່ອແຈກຢາຍໃຫ້ຜູ້ທີ່ຕິດເຊື້ອໄວຣັສ.

ສະຖິຕິ​ຂອງ​ກະຊວງ​ສາທາລະນະ​ສຸກ​ສະ​ແດງ​ໃຫ້​ເຫັນ​ວ່າ ສີ​ລັງກາ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ ໂຄ​ວິດ-19 ​ສະ​ສົມ 552,274 ຄົນ ​ແລະ  ມີ​ຜູ້​ເສຍ​ຊີວິດ 14,016 ຄົນ ນັບ​ແຕ່​ເດືອນ​ມີນາ​ປີ​ກາຍ​ນີ້.

 

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...