HomeBaby-ແມ່ແລະເດັກປັນຫາເລືອດໄຫຼຊື່ມຈາກຊ່ອງຄອດ ຕອນທ້ອງ !

ປັນຫາເລືອດໄຫຼຊື່ມຈາກຊ່ອງຄອດ ຕອນທ້ອງ !

Published on

01_208

 

“ການທີ່ມີເລືອດອອກຈາກຊ່ອງຄອດໃນຊ່ວງ 3 ເດືອນທຳອິດຂອງການຖືພາສິ່ງທີ່ຕ້ອງລະວັງຄື ໂອກາດສ່ຽງທີ່ຈະແທ້ງລູກ ເຊິ່ງໃນບາງເທື່ອກໍລະນີທີ່ທ່ານມີອາການປວດທ້ອງນຳອາດຈະເຈີສາເຫດເກິດຈາກການບີບຮັດຕົວຂອງມົດລູກ ຖ້າເລືອດອອກມາເປັນສີສົດໆ ຄືເປັນເລືອດໃໝ່ທີ່ກຳລັງເກິດຂື້ນແຕ່ຖ້າເຈີເລືອດເປັນສີນ້ຳຕານ ໂດຍສະເລ່ຍແລ້ວກໍ່ຄືເລືອດເກົ່າ ອາດຈະເປັນເລືອດທີ່ອອກມາແລ້ວຄ້າງຢູ່ໃນຊ່ອງຄອດແລ້ວຄ່ອຍໆ ໄຫຼອອກມາພ້ອມສານຄັດລັ່ງໃນຊ່ອງຄອດ ເຊິ່ງຖາມວ່າເປັນເລື່ອງປົກກະຕິບໍກໍ່ບໍ່ຄ່ອຍປົກກະຕິ ເພາະໃນທຳມະຊາດແລ້ວ ຊ່ວງຖືພາ 3 ເດືອນທຳອິດທ່ານບໍ່ຄວນຈະມີເລືອດອອກເພາະກໍລະນີທີ່ມີເລືອດອອກ ຍ່ອມບົງບອກວ່າອາດຈະມີຄວາມຜິດປົກກະຕິເກິດຂື້ນ ເຊັ່ນ:

ໂອກາດທີ່ຈະສ່ຽງແທ້ງລູກຫຼືກໍລະນີທີ່ທ້ອງອ່ອນໆ ປະມານເດືອນກວ່າໆ ບາງເທື່ອໂອກາດທີ່ເດັກຈະຫຼຸດຫຼືຈະແທ້ງກໍ່ມີ ທ່ານທີ່ມີຄວາມສ່ຽງຢູ່ແລ້ວເກິດລົ້ມກົ້ນກະແທກຂື້ນມາ ກໍ່ຈະມີໂອກາດແທ້ງຫຼາຍກວ່າເກົ່າ ດັ່ງນັ້ນ ສະຫຼຸບແລ້ວພາວະທີ່ມີເລືອດອອກຂະນະຖືພາຈຶ່ງບໍ່ແມ່ນພາວະປົກກະຕິ.

…ສ່ວນອັນຕະລາຍຫຼາຍນ້ອຍເທົ່າໃດກໍ່ຕ້ອງເບິ່ງສີແລະປະລິມານຂອງເລືອດທີ່ອອກ ເຊິ່ງກໍລະນີຂອງທ່ານທີ່ມີເລືອດອອກເປັນສີນ້ຳຕານສະແດງວ່າເປັນເລືອດເກົ່າທີ່ຄ້າງຢູ່ໃນຊ່ອງຄອດ ແລ້ວຄ່ອຍໆ ໄຫຼອອກມາແຕ່ບອກບໍ່ໃດ້ວ່າຄ້າງດົນເບາະ ກໍ່ຄິດວ່ານ່າຈະຫຼາຍກວ່າໜຶ່ງວັນຜົນກະທົບກໍ່ຕ້ອງມາເບິ່ງວ່າປັນຫາຂອງເລືອດທີ່ອອກຄືຫຍັງອາດຈະເປັນໄປໃດ້ທັ້ງຈາກການທີ່ມົດລູກບີບຮັດຕົວ ເຮັດໃຫ້ມີພາວະທີ່ໃກ້ແທ້ງ ຫຼືລົກໄປເກາະຢູ່ທີ່ບໍລິເວນປາກມົດລູກຫຼືຫຼັງຈາກທີ່ມີເພດສຳພັນ ນີ້ກໍ່ເປັນສາເຫດເຮັດໃຫ້ມີເລືອດອອກໃດ້.

ຢ່າງໃດກໍ່ຕາມໃນຊ່ວງ 3 ເດືອນທຳອິດ ທ່ານຈະໃດ້ເຈີໝໍແລ້ວສ່ວນໜຶ່ງ ດັ່ງນັ້ນ ຖ້າມີເລືອດອອກໝໍກໍ່ຈະປະເມິນເບິ່ງວ່າພາວະເລືອດອອກຂອງທ່ານເກິດຈາກຫຍັງເພາະບາງກໍລະນີ ອາດຈະບໍ່ໃດ້ເກິດຈາກການບີບຮັດຕົວຂອງມົດລູກ ກໍ່ຕ້ອງໄລ່ເບິ່ງວ່າມີຕິ່ງເນື້ອຢູ່ປາກມົດລູກຫຼືບໍ່ ຫຼືມີແຜຢູ່ຊ່ອງຄອດຫຼືບໍ່ ຮວມທັ້ງຕ້ອງປະເມິນວ່າລູກໃນທ້ອງສົມບູນບໍ ເພາະປັນຫາອາດຈະເກິດຈາກການຖືພາທີ່ຜິດປົກກະຕິ ເຊັ່ນ : ທ້ອງລົມ ຄືເດັກໃນທ້ອງມີການປະຕິສົນທິແຕ່ບໍ່ສົມບູນ ຮ່າງກາຍຂອງແມ່ກໍ່ພະຍາຍາມຂັບອອກມາ ເຮັດໃຫ້ມີອາການປວດມວນແລະມີເລືອດອອກ ຫຼືອາດຈະເກິດຈາກການຖືພາໄຂ່ປາອຸກເຊິ່ງມີລັກສະນະຄືສາຄູ ເປັນຕົ້ນ ເຊິ່ງໝໍກໍ່ຈະແກ້ໄຂ້ປັນຫາໃຫ້ທ່ານຕາມລັກສະນະຂອງສາເຫດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...