spot_img
Homeຂ່າວຕ່າງປະເທດບັນຫາອົບພະຍົບຂອງຊາວເບລາຣຸສສ່ຽງປະທະທາງທະຫານກັບປະເທດເພື່ອນບ້ານ

ບັນຫາອົບພະຍົບຂອງຊາວເບລາຣຸສສ່ຽງປະທະທາງທະຫານກັບປະເທດເພື່ອນບ້ານ

Published on

ບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັບປະເທດເບລາຣຸສ ໄດ້ກ່າວເຖິງວິກິດຜູ້ອົບພະຍົບຜ່ານຊາຍແດນ ທາງພາກຕາເວັນອອກຂອງສະຫະພາບເອີຣົບ ທີ່ອາດກາຍເປັນປັນຫາບາຍປາຍກ້າວໄປສູ່ການປະທະທາງການທະຫານ ຂະນະທີ່ຢູເຄຣນກຽມຈັດສົ່ງກຳລັງທະຫານຫຼາຍພັນຄົນໄປປະຈຳການຊາຍແດນເພື່ອເສີມກຳລັງຕ້ານກຸ່ມອົບພະຍົບ.

4440NO-EUROPE-MIGRANTS_BELARUS_POLAND_O_

ສຳນັກຂ່າວ Reuters ລາຍງານວ່າ: ຜູ້ອົບພະຍົບທີ່ຕິດຄ້າງໃນເບລາຣຸສຫຼາຍພັນຄົນໄດ້ພາກັນຂວ້າງກ້ອນຫີນ ແລະກິ່ງໄມ້ໃສ່ເຈົ້າໜ້າທີ່ຮັກສາຄວາມປອດໄພຕາມຊາຍແດນຂອງປະເທດໂປແລນ ແລະໃຊ້ໄມ້ທ່ອນເພື່ອທຳລາຍຮົ້ວໜາມເພື່ອຈະເປີດທາງໃຫ້ພວກເຂົາສາມາດເຂົ້າໄປສະຫະພາບເອີຣົບໄດ້, ຂະນະທີ່ບັນດາປະເທດເພື່ອນບ້ານເບລາຣຸສ ເຊັ່ນ ລິທົວເນຍ, ເອສໂຕເນຍ ແລະລັດເວຍ ກ່າວເປັນສຽງດຽວກັນວ່າ ເບລາຣຸສໄດ້ຄຸກຄາມຄວາມໝັ້ນຄົງຂອງເອີຣົບຢ່າງຮ້າຍແຮງ ໂດຍເຈຕະນາເພີ່ມ “ການໂຈມຕີແບບໄຮບຣິດ” ໂດຍໃຊ້ຜູ້ອົບພະຍົບເປັນສາກບັງໜ້າເພື່ອຕອບໂຕ້ການຂວ້າມບາດຂອງສະຫະພາບເອີຣົບ.

ທ່ານ ອາເລັກຊານເດິ ລູກາເຊນໂກ, ປະທານາທິບໍດີເບລາຣຸສ ໄດ້ຂູ່ວ່າຈະດຳເນີນການຕອບໂຕ້ ລວມເຖິງປິດການຂົນສົ່ງແກ໊ສທຳມະຊາດຂອງຣັສເຊຍຜ່ານເບລາຣຸສ ທັງທີ່ຣັສເຊຍບໍ່ໄດ້ມີປະຕິກິລິຍາຕອບໂຕ້ໃດໆກັບປະເທດດັ່ງກ່າວ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...