spot_img
Homeຂ່າວພາຍ​ໃນອັດຕາເງິນເຟີ້ໃນເດືອນກັນຍາເພີ່ມ 4.17% ທຽບຊ່ວງເດືອນດຽວກັນຂອງປີກ່ອນ

ອັດຕາເງິນເຟີ້ໃນເດືອນກັນຍາເພີ່ມ 4.17% ທຽບຊ່ວງເດືອນດຽວກັນຂອງປີກ່ອນ

Published on

ອັດຕາເງິນເຟີ້ໃນ ສປປ ລາວ ເມື່ອທຽບຊ່ວງເດືອນດຽວກັນຂອງປີກາຍ ໄດ້ເພີ່ມຂຶ້ນຈາກ 3.81% ໃນເດືອນສິງຫາ ມາເປັນ 4.17% ໃນເດືອນກັນຍາ ຂະນະທີ່ອັດຕາເງິນເຟີ້ເດືອນຕໍ່ເດືອນຫຼຸດລົງຈາກ 0.59% ໃນເດືອນສິງຫາ ມາທີ່ 0.50% ໃນເດືອນກັນຍາ.

ອີງຕາມຂໍ້ມູນຈາກສູນສະຖະຕະແຫ່ງຊາດ ຮູ້ວ່າ: ອັດຕາເງິນເຟີ້ໃນ 9 ເດືອນຂອງປີ 2021 ຢູ່ທີ່ 3.33% ຂະນະທີ່ອັດຕາເງິນເຟີ້ປີຕໍ່ປີໄດ້ຮັບຜົນກະທົບຈາກການຜັນຜວນຂອງສິນຄ້າອຸປະໂພກ 12 ໝວດ ເຊັ່ນລາຄາສິນຄ້າ ແລະບໍລິການຢູ່ທີ່ 7.39% ເຊິ່ງສາເຫດຫຼັກທີ່ພາໃຫ້ເງິນເຟີ້ເພີ່ມຂຶ້ນ ແມ່ນສືບເນື່ອງມາຈາກວິກິດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະການກຳຈັດການເດີນທາງ ເຊິ່ງສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າລະຫວ່າງແຂວງຕໍ່ແຂວງ ສົ່ງຜົນໃຫ້ລາຄາສິນຄ້າອຸປະໂພກບໍລິໂພກໃນທົ່ວປະເທດເພີ່ມຂຶ້ນ.

ສຳລັບລາຄາຄຳ ແລະນໍ້າມັນເຊື້ອໄຟຍັງຄົງຜັນຜວນໃນຕະຫຼາດໂລກ ລວມທັງຄ່າເງິນກີບລາວທີ່ອ່ອນລົງເມື່ອທຽບກັບສະກຸນເງິນບາດ ແລະໂດລາສະຫະລັດ ອັນໄດ້ກາຍເປັນປັນຫາໃຫ້ກັບປະເທດຢ່າງຕໍ່ເນື່ອງ ເພາະສິນຄ້າສ່ວນໃຫຍ່ແມ່ນນຳເຂົາຈາກຕ່າງປະເທດ.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...