spot_img
Homeຂ່າວຕ່າງປະເທດເກີດເຫດຄົນຫຍຽບກັນໃນງານຄອນເສີດ ເສຍຊິວິດແລ້ວ 8 ກໍລະນີ ບາດເຈັບຢ່າງໜ້ອຍ 17 ຊີວິດ

ເກີດເຫດຄົນຫຍຽບກັນໃນງານຄອນເສີດ ເສຍຊິວິດແລ້ວ 8 ກໍລະນີ ບາດເຈັບຢ່າງໜ້ອຍ 17 ຊີວິດ

Published on

ວັນ​ທີ 6 ພະຈິກ​ 2021 ສໍານັກຂ່າວ AP ​ໄດ້​ລາຍ​ງານ​ວ່າ ຜູ້​ເຂົ້າ​ຮ່ວມ​ງານເທດສະການ​ງານດົນຕີຈໍານວນຫຼາຍ ຢູ່ທີ່ ເມືອງ Houston ລັດ Texas ໃນ​ອາເມລິກາ ເຮັດໃຫ້ເກີດເຫດມີການຫຍຽບກັນ, ຂະນະນີ້ມີຜູ້ເສຍຊີວິດແລ້ວ 8 ກໍລະນີ 1 ໃນນັ້ນແມ່ນເດັກນ້ອຍອາຍຸ 10 ປີ ແລະ ມີຜູ້ໄດ້ຮັບບາດເຈັບຖືກນໍາຕົວສົ່ງໄປທີ່ໂຮງໝໍຢ່າງໜ້ອຍ 17 ຄົນ, ໃນຈໍານວນນີ້ ມີ 11 ຄົນ ແມ່ນໝົດສະຕິຈາກອາການຫົວໃຈວາຍ. ຍ້ອນ​ເຫດ​ນັ້ນ, ງານເທດສະການ​ດົນຕີດັ່ງກ່າວ ​ທີ່​ດຳ​ເນີນ​ເປັນ​ເວລາ 2 ມື້ ແລະ ​​ມີ​ຜູ້​ເຂົ້າ​ຊົມ 50.000 ກວ່າ​ຄົນ​ຕ້ອງ​ຖືກ​ຍົກ​ເລີກໄປ.

ເຈົ້າໜ້າທີ່ດັບເພີງ ກ່າວວ່າ ເຫດ​ການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ 21:00, ເປັນຊ່ວງທີ່​ນັກ​ຮ້ອງ​ເພງແຣັບຊື່ດັງ Travis Scott ກໍາລັງຂຶ້ນສະແດງຢູ່ເທິງເວທີ ​ເຮັດ​ໃຫ້​ຜູ້​ຄົນ​ຈາກ​ດ້ານຫຼັງ​ເຄື່ອນ​ຍ້າຍໄປ​ສູ່ໃກ້ໜ້າ​ເວທີ ​ນໍາໄປສູ່ການເກີດເຫດ​ໂສກ​ເສົ້າຂຶ້ນ​ທີ່​ສວນສາທາລະນະ NRG ເຊິ່ງໃຊ້ເປັນສະຖານທີ່ຈັດງານ.

ຜູ້ບັນຊາການຕຳຫຼວດ Houston ທີ່ມີຊື່ວ່າ Troy Finner ຖະ​ແຫຼ​ງການ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ສະຫງົບ ​ແລະ ຢ່າຟ້າວສະຫຼຸບເນຶ້ອໃນຕໍ່ກັບເຫດການດັ່ງກ່າວ ທີ່ຈະເຮັດໃຫ້ຄົນອື່ນໆ ເກີດການຕື່ນຕົກໃຈ.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...