spot_img
Homeຂ່າວຕ່າງປະເທດເປີດຕົວ "ດັ໊ກ" ມັນຝຣັ່ງຍັກໜັກເກືອບ 8 ກິໂລໃນນິວຊີແລນ

ເປີດຕົວ “ດັ໊ກ” ມັນຝຣັ່ງຍັກໜັກເກືອບ 8 ກິໂລໃນນິວຊີແລນ

Published on

ເວັບໄຊ USA Today ລາຍງານ: “ດັ໊ກ” ມັນຝຣັ່ງຍັກໜ້າຕາອັບປະລັກ ມີນໍ້າໜັກ 17.4 ປອນ ຫຼື ປະມານ 7.8 ກິໂລກຼາມ ຖືກຄົ້ນພົບໃນສວນແຫ່ງໜຶ່ງໃນປະເທດນິວຊີແລນ ເຊິ່ງຄາດວ່າເປັນມັນຝຣັ່ງໃຫຍ່ສຸດຂອງໂລກ ພ້ອມກຽມສະເໜີຊື່ເຂົ້າໃນກິນເນັດບຸກ.

ຄໍລິນ ກັບດອນນາ ເຈົ້າຂອງສວນ ທັງເປັນຜູ້ຄົ້ນພົບມັນຝຣັ່ງຍັກດັ່ງກ່າວ ເປີດເຜີຍວ່າ: ທັງສອງກຳລັງພາກັນກຳຈັດຫຍ້າໃນສວນ ແລະແລ້ວປາຍສຽມກໍໄປກະແທກກັບສິ່ງໜຶ່ງໃນພືນດິນ ທັງຄູ່ໄດ້ໃຊ້ສຽມຂຸດອ້ອມຮອບວັດຖຸດັ່ງກ່າວຈິ່ງພົບວ່າເປັນມັນຝຣັ່ງຂະໜາດໃຫຍ່ທີ່ບໍ່ເຄີຍເຫັນມາກ່ອນ ເຊິ່ງໜ້າຕາຂອງມັນກໍບໍ່ໄດ້ກ້ຽງງາມຄືມັນຝຣັ່ງທົ່ວໄປ.

ລາຍການກິນເນັດບຸກ (Guinness World Records) ໃນປັດຈຸບັນໄດ້ຍົກໃຫ້ “ມອນສເຕີ” ມັນຝຣັ່ງຍັກທີ່ຄົ້ນພົບໃນປີ 2011 ຈາກອັງກິດ ເປັນມັນຝຣັ່ງທີ່ມີນໍ້າໜັກສູງສຸດຂອງໂລກ ຂະນະທີ່ໜັກພຽງ 11 ປອນ ຫຼື 4.9 ກິໂລກຼາມເທົ່ານັ້ນ ເຊິ່ງເຊື່ອວ່າ “ດັ໊ກ” ຈະຄອງແຊັມມັນຝຣັ່ງໃຫຍ່ສຸດຂອງໂລກທີ່ບັນທຶກໂດຍ ກິນເນັດບຸກ ໃນບໍ່ຊ້ານີ້.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...