spot_img
Homeຂ່າວພາຍ​ໃນລັດຄາດຈະມີລາຍໄດ້ຈາກການຂຸດບິດຄອຍ 2,000 ຕື້ກີບ ໃນປີ 2022

ລັດຄາດຈະມີລາຍໄດ້ຈາກການຂຸດບິດຄອຍ 2,000 ຕື້ກີບ ໃນປີ 2022

Published on

ອີງຕາມຂໍ້ມູນຈາກໜັງສືພິມ Vientiane Times: ລັດຖະບານຄາດຄະເນຈະມີລາຍໄດ້ເຖິງ 2.000 ຕື້ກີບຈາກການຂຸດບິດຄອຍ ໃນປີ 2022 ເຊິ່ງຖືເປັນລາຍຮັບຂອງປະເທດຄັ້ງທຳອິດທີ່ຈະໄດ້ຈາກການຂຸດ ແລະຊື້ຂາຍສະກຸນເງິນດິຈີຕອລ.

ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ແລະແຜນການປະຈຳປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກຜ່ານມາ ວ່າ: ແຫຼ່ງລາຍໄດ້ໃໝ່ນີ້ຈະມີສ່ວນສະໜັບສະໜູນໃນການເພີ່ມລາຍຮັບຂອງປະເທດທີ່ຕັ້ງເປົ້າໄວ້ໃນປີ 2022 ຂຶ້ນເຖິງ 20% ຫຼື ເທົ່າກັບ 3.754 ຕື້ກີບ ທຽບໃສ່ເປົ້າໝາຍປີ 2021 ເຊິ່ງເຊື່ອວ່າ ລາຍໄດ້ຈາກການຂຸດບິດຄອຍທີ່ຄາດວ່າຈະເຖິງ 2.000 ຕື້ກີບນັ້ນ ຈະຊ່ວຍໃຫ້ລັດຖະບານສາມາດຈ່າຍເງິນສຳລັບໂຄງການສຳຄັນຕ່າງໆ ລວມເຖິງການເພີ່ມເງິນສະໜັບສະໜູນໃຫ້ແກ່ພະນັກງານ, ລວມທັງຄ່າໃຊ້ຈ່າຍໃນວຽກງານຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຊຳລະໜີ້.

ລາຍໄດ້ທີ່ຄາດວ່າຈະໄດ້ຮັບຈາກສະກຸນເງິນດິຈິຕອລດັ່ງກ່າວ ສືບເນື່ອງມາຈາກພາຍຫຼັງທີ່ລັດຖະບານໄດ້ອະນຸຍາດບໍລິສັດ 6 ແຫ່ງດຳເນີນການທົດລອງຂຸດ ແລະຊື້ຂາຍສະກຸນເງິນດິຈິຕອລລວມທັງບິດຄອຍໃນລາວ ໃນຊ່ວງເດືອນກັນຍາຜ່ານມາ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...