spot_img
Homeຂ່າວພາຍ​ໃນລາຍລະອຽດຂອງຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃໝ່ປະຈໍາວັນທີ 31 ຕຸລາ 20217

ລາຍລະອຽດຂອງຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃໝ່ປະຈໍາວັນທີ 31 ຕຸລາ 20217

Published on

ໃນມື້ວານນີ້ ວັນທີ 30 ຕຸລາ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,173 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 685 ຄົນ  (ຕິດເຊື້ອພາຍໃນປະເທດ = 679 ຄົນ, ເດີນທາງຈາກຕ່າງປະເທດ 6 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວຮອດປະຈຸບັນ ແມ່ນ 40,271 ຄົນ,  ເສຍຊີວິດສະສົມ 65 (ໃໝ່ 3), ປິ່ນປົວຫາຍດີໃນມື້ວານນີ້ 372 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 6,826 ເຊິ່ງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19  ກວມ 16.9 % ຂອງຈຳນວນຜູ້ຕິດເຊື້ອທັງໝົດ ແລະ ຜູ້ປິ່ນປົວຫາຍດີແລ້ວ ແມ່ນ 82.8 %. ຈຳນວນແຂວງທີ່ມີລາຍງານການຕິດເຊື້ອມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 15 ແຂວງ ຕາມລາຍລະອຽດ.

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 685 ຄົນ ມີດັ່ງນີ້:

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 6 ຄົນ ຄື: ຈຳປາສັກ 3 ຄົນ, ສາລະວັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງເຂົ້າມາ ສປປ ລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ແຂວງກຳນົດໄວ້.

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 679 ຄົນ ຄື:

  1. ນະຄອນຫຼວງວຽງຈັນ 287 ຄົນ ໃນ​ 8 ເມືອງ ຈາກ 105 ບ້ານ:
  • ເມືອງຈັນທະບູລີ 17 ບ້ານ (41 ຄົນ)

ໂຮງແຮມ ນະຄອນສັກ 8 ຄົນ, ໂພນສະຫວ່າງ 4 ຄົນ, ຮ່ອງຄ້າ 4 ຄົນ, ໜອງທາເໜືອ 4 ຄົນ, ຊຽງຍືນ 3 ຄົນ, ທົ່ງຕູມ 3 ຄົນ, ບໍ່ນາງົວ 2 ຄົນ, ຫັດສະດີ 2 ຄົນ, ໂພນຕ້ອງຈອມມະນີ 1 ຄົນ, ຫາຍໂສກ 1 ຄົນ, ໂຮງໝໍມິດຕະພາບ 1 ຄົນ, ສະຫວ່າງ 1 ຄົນ, ຫ້ວຍຫົງ 1 ຄົນ, ສີຫອມ 1 ຄົນ, ໂພນຕ້ອງສະຫວາດ 1 ຄົນ, ສີສະຫວາດ 1 ຄົນ, ຫນອງປີງ 1 ຄົນ, ຮ່ອງແຊງ 1 ຄົນ, ຮ່ອງໄກ່ແກ້ວ 1 ຄົນ

  • ເມືອງສີໂຄດຕະບອງ ມີ 19 ບ້ານ (27 ຄົນ)

ໂພນສະຫວາດເໜືອ 27 (ໂຮງງານ ຊານຕິກ 26 ຄົນ), ສີໄຄທົ່ງ 9 ຄົນ, ນາເລົ່າ 8 ຄົນ, ໂພສີ 5 ຄົນ, ໂນນແກ້ວ 4 ຄົນ, ວຽງຄຳ 4 ຄົນ, ວັດໄຕນ້ອຍທົ່ງ 2 ຄົນ, ໃຫມ່ 2 ຄົນ, ໜອງໝ້ຽວ 2 ຄົນ, ດົງນາໂຊກໃຕ້ 2 ຄົນ, ຫນອງສະໂນຄຳ 2 ຄົນ, ໜອງດ້ວງທົ່ງ 1 ຄົນ, ໂພນສະຫວາດ 1 ຄົນ, ໂພນຄຳ 1 ຄົນ, ໂນນຂີ້ເຫຼັກ 1 ຄົນ, ຈັນສະຫວ່າງ 1 ຄົນ, ດົງນາໂຊກເຫນືອ 1 ຄົນ, ດ່ານຄຳ 1 ຄົນ, ວັດໄຕໃຫ່ຍທົ່ງ 1 ຄົນ

  • ເມືອງໄຊເສດຖາ ມີ 19 ບ້ານ (38 ຄົນ)

ນາສ້າງໄພ 6 ຄົນ, ຄຳສະຫວາດ 5 ຄົນ, ນາໄຫ 4 ຄົນ, ຊຽງດາ 4 ຄົນ, ໂພນໄຊ 4 ຄົນ, ຝາຍ 2 ຄົນ, ໂພທອງ 1 ຄົນ, ໂນນຄໍ້ 1 ຄົນ, ໂພນສະອາດ 1 ຄົນ, ໂຊກຄຳ 1 ຄົນ, ຫົວຂົວ 1 ຄົນ, ໂນນສະຫວ່າງ 1 ຄົນ, ໂພນພະເນົາ 1 ຄົນ, ໂພນສະຫວ່າງ 1 ຄົນ, ສົມສະຫງ່າ 1 ຄົນ, ທາດຫຼວງເໜືອ 1 ຄົນ, ແສງສະຫວ່າງ 1 ຄົນ, ຮ່ອງສຸພາບ 1 ຄົນ, ເມືອງນ້ອຍ 1 ຄົນ

  • ເມືອງສີສັດຕະນາກມີ 12 ບ້ານ (34 ຄົນ)

ສວນມອນ 10 ຄົນ, ໂພນປ່າປົ້າ 8 ຄົນ, ດົງສະຫວາດ 2 ຄົນ, ທົ່ງພານທອງ 3 ຄົນ, ທ່າພະລານໄຊ 3 ຄົນ, ສ້າງເຫວີຍ 2 ຄົນ, ໂພນສີນວນ 1 ຄົນ, ວັດນາກ 1 ຄົນ, ດອນດອຍ 1 ຄົນ, ສະພານທອງ 1 ຄົນ, ບຶງຂະຫຍອງ 1 ຄົນ, ພະໄຊ 1 ຄົນ

  • ເມືອງ ນາຊາຍທອງ ມີ 3 ບ້ານ (3 ຄົນ)

ດົງຊຽງດີ 1 ຄົນ, ນໍ້າກ້ຽງ 1 ຄົນ, ນາໜາດ 1 ຄົນ

  • ເມືອງໄຊທານີ ມີ 16 ບ້ານ (41 ຄົນ)

ດອນໜູນ 6 ຄົນ, ຄຳຮຸ່ງ 6 ຄົນ, ຕານມີໄຊ 4 ຄົນ, ສີວິໄລ 3 ຄົນ, ດົງໂດກ 3 ຄົນ, ໜອງພະຍາ 2 ຄົນ, ໄຊສົມບູນ 2 ຄົນ, ສະພັງເມິກ 2 ຄົນ, ນາສາລາ 2 ຄົນ, ສ້າງຄູ້ 1 ຄົນ, ໂຄກນິນ 1 ຄົນ, ໜອງວຽງຄໍາ 1 ຄົນ, ບໍ່ເຫຼັກ 1 ຄົນ, ນາຂາມ 1 ຄົນ, ວຽງແກ້ວ 1 ຄົນ, ດົງໝາກຄາຍ 1 ຄົນ

  • ເມືອງຫາດຊາຍຟອງ ມີ 12 ບ້ານ (34 ຄົນ)

ຈຽມປາງ 8 ຄົນ, ສົມຫວັງເໜືອ 5 ຄົນ, ຫາດຊາຍຂາວ 5 ຄົນ, ປ່າຝາງ 3 ຄົນ, ນາໄຫ 3 ຄົນ, ດອນຟ້າຍ 3 ຄົນ, ດົງໂພເລົາ 2 ຄົນ, ໂພສີ 2 ຄົນ, ຫາດດອກແກ້ວ 1 ຄົນ, ຊາຍຟອງໃຕ້ 1 ຄົນ, ດອນດູ່ 1 ຄົນ, ດົງຄໍາຊ້າງ 1 ຄົນ

  • ເມືອງ ສັງທອງ ມີ 3 ບ້ານ (10 ຄົນ)

ຫີນສິວ 5 ຄົນ, ໄຮ່ໃຕ້ 4 ຄົນ, ປາກແຖບ 1 ຄົນ

  1. ສະຫວັນນະເຂດ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  2. ຈຳປາສັກ 7 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  3. ຄຳມ່ວນ 21​ ຄົນ ໃນ 4 ບ້ານ ແລະ 1 ເມືອງ
  4. ສາລະວັນ​ 17 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  5. ບໍ່ແກ້ວ 39 ຄົນ ໃນ 11 ບ້ານ ແລະ 2 ເມືອງ
  6. ຫຼວງພະບາງ 39 ຄົນ ໃນ 23 ບ້ານ ແລະ 6 ເມືອງ
  7. ແຂວງວຽງຈັນ 122 ຄົນ ໃນ 27 ບ້ານ ແລະ 7 ເມືອງ
  8. ບໍລິຄຳໄຊ 1​ ຄົນ ໃນ 1 ບ້ານ ແລະ 1 ເມືອງ
  9. ໄຊສົມບູນ 6 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  10. ຫຼວງນ້ຳທາ 55 ​ຄົນ ໃນ 17 ບ້ານ ແລະ 3 ເມືອງ
  11. ອຸດົມໄຊ 59 ຄົນ ໃນ 14 ບ້ານ ແລະ 1 ເມືອງ
  12. ຊຽງຂວາງ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  13. ເຊກອງ 12 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • ສຳລັບ ຄົນເຈັບເສຍຊີວີດ 3 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ1:​ ເພດຊາຍ, ອາຍ 36 ປີ, ສັນຊາດ: ລາວ, ບ້ານຫນອງໜຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ

–       ພະຍາດປະຈຳຕົວ:  ວັນນະໂລກ

–       ວັນທີ 27 ພະຈິກ 2020: ໄດ້ກັກໂຕຢູ່ສະຖານທີ່ຄຸມຂັງແຫ່ງໜຶ່ງ

–       ຄົນເຈັບບໍ່ມີອາການສະແດງອອກ

–       ວັນທີ 30 ຕຸລາ 2021 ເວລາ 11:40 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍ 58 ປີ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

–       ພະຍາດປະຈຳຕົວ:  ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ

–       ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

–       ວັນທີ 22 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19

–       ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 22-30 ຕຸລາ 2021 ເປັນເວລາ 12 ມື້

–       ວັນທີ 30 ຕຸລາ 2021 ເວລາ 06:30 ໂມງຂອງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຊາຍ, ອາຍ 54 ປີ, ບ້ານນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

–       ພະຍາດປະຈຳຕົວ:  ເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມ

–       ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

–       ວັນທີ 28 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງໝໍແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງຜົນກວດ ຈຶ່ງໄດ້ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19

–       ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 28-30 ຕຸລາ 2021, ເປັນເວລາ 03 ມື້

–       ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...