spot_img
Homeຂ່າວຕ່າງປະເທດບາງສ່ວນຂອງເມືອງໃນປະເທດອີຕາລີ ກາຍເປັນທະເລສາບ ຍ້ອນຝົນຕົກໜັກ

ບາງສ່ວນຂອງເມືອງໃນປະເທດອີຕາລີ ກາຍເປັນທະເລສາບ ຍ້ອນຝົນຕົກໜັກ

Published on

ໃນວັນທີ 26 ຕຸລາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າພາຍຸໄຊໂຄລນໄດ້ພັດເຂົ້າພາກໃຕ້ຂອງເກາະຊິຊິລີ ປະເທດອີຕາລີ ເຮັດໃຫ້ເກີດນໍ້າຖ້ວມໃນຂອບເຂດເມືອງກາຕາເນຍ ໂດຍສະເພາະຫົນທາງທີ່ໃຊ້ສັນຈອນໄດ້ກາຍຈົນເປັນທະເລເລສາບ ແລະ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ຈາກຝົນທີ່ຕົກໜັກທີ່ເຮັດໃຫ້ນໍາຖ້ວມຕາມບ້ານເຮືອນແລ້ວ ຍັງເຮັດໃຫ້ໄຟດັບໃນບໍລິເວນໃຈກາງເມືອງ ແລະ ຮ້ານຄ້າຕ່າງໆກໍເກີດມີນໍ້າຖ້ວມຂັງ.

ໂຄສົກຂອງກຸ່ມອາສາສະໝັກ Misericordia ທີ່ກຳລັງຊ່ວຍຕຳຫຼວດ ແລະ ເຈົ້າໜ້າທີ່ດັບເພີງ ກ່າວວ່າ ໄດ້ພົບສົບຂອງຜູ້ຊາຍຄົນໜຶ່ງຢູ່ກ້ອງລົດ ທ່າມກາງຝົນຕົກໜັກທີ່ພັດເຂົ້າເມືອງ Gravina ທາງພາກເໜືອຂອງ ທ່າຈອດເຮືອ ກາຕາເນຍ. ແລະ ໄດ້ກ່າວຕື່ມອີກວ່າ ປະລິມານນຳ້ຝັນທີ່ຕົກໃນໄລຍະ3ມື້ທີ່ຜ່ານມາ ມີປະລິມານນຳ້ທຽບເທົ່າກັບຝົນຕົກໝົດປີ.

ແຫຼ່ງຂ່າວ: reuters

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...