spot_img
Homeຂ່າວພາຍ​ໃນຄວາມຄືບໜ້າຂອງການຄະດີຢຶດຢາເສບຕິດທີ່ຂົນສົ່ງແຂວງບໍ່ແກ້ວ

ຄວາມຄືບໜ້າຂອງການຄະດີຢຶດຢາເສບຕິດທີ່ຂົນສົ່ງແຂວງບໍ່ແກ້ວ

Published on

ວັນທີ 27 ຕຸລາ 2021 ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດຄົ້ນລົດ 12 ລໍ້ ບັນທຸກລັງເບຍ ພົບເຫັນຢາເສບຕິດ ປະເພດ ຢາບ້າ ຈຳນວນ 262 ເປົ່າ, ມີ 27.832 ມັດ ເທົ່າກັບ 55.664.000 ເມັດ, ນ້ຳໜັກ 5.566 ກິໂລກຼາມ, ຢາໄອສ໌ ຈໍານວນ 65 ເປົ່າ ມີ1.537 ຖົງ, ນໍ້າ ໜັກ 1.537 ກິໂລກຼາມ.

ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ທອງໄຊທໍ ອາຍຸ 22 ປີ, ຜູ້ຂັບລົດຄັນດັ່ງກ່າວ ຢູ່ບ້ານນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜູ້ກ່ຽວໄດ້ໃຫ້ການວ່າ ເຄື່ອງດັ່ງກ່າວແມ່ນ ຂອງທ້າວ ໄຊຕົງທໍ່ ອາຍຸ 40 ປີ, ນັກທຸລະກິດ ຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຕິດຕາມຈັບຕົວ ທ້າວ ໄຊຕົງທໍ່ ແລະ ກວດຄົ້ນເຮືອນ ພົບເຫັນຢາເສບຕິດ ປະເພດຢາບ້າ 4 ຖົງໃຫຍ່ ນໍ້າໜັກ 45,5 ກິໂລ, ແປ້ງຝຸ່ນສີແດງ ຈໍານວນ 21 ຖົງໃຫຍ່, ນໍ້າໜັກ 159 ກິໂລ, ແປ້ງຝຸ່ນສີຂາວ 20 ກິໂລ, ແປ້ງຝຸ່ນສີຟ້າ 2 ຖົງນ້ອຍ ຈຳນວນ 300 ກຼາມ, ນໍ້າຢາເຄມີ 1 ຕຸກໃຫຍ່ ແລະ 3 ຕຸກນ້ອຍ, ນໍ້າໜັກ 10 ກິໂລ, ຢາບ້າເມັດສີຂຽວ 2 ຖົງໃຫຍ່ ນໍ້າໜັກ 2 ກິໂລ, ຢາບ້າເມັດ ສີຂາວ ຈໍານວນ 1 ຖົງນ້ອຍ ນໍ້າໜັກ 200 ກິໂລ, ເຄື່ອງອັດຢາ ເສບຕິດ 1 ເຄື່ອງ ແລະ ປືນ Ak ພ້ອມລູກ. ນອກນັ້ນ, ໃນຕູ້ເຊັບຍັງພົບເງິນ ແລະ ວັດຖຸ ຄ້າຍຄືຄຳຈຳນວນໜຶ່ງ ຈຶ່ງຢຶດໄວ້ ເພື່ອກວດສອບ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...