spot_img
Homeຂ່າວເຫດການກະຊວງ ຮສສ ສ້ອມແປງເຮືອນ ໃຫ້ພະນັກງານເສຍອົງຄະພິເສດ 77 ຫລັງ

ກະຊວງ ຮສສ ສ້ອມແປງເຮືອນ ໃຫ້ພະນັກງານເສຍອົງຄະພິເສດ 77 ຫລັງ

Published on

20141028133032

 

ດ້ວຍ​ສະພາບ​ເຮືອນ​ທີ່​ເກົ່າແກ່​ ຈາກ​ການ​ຢູ່​ອາໄສ​ມາ​ເປັນ​ເວລາ​ດົນ ​ຂອງ​ພະນັກງານ​ເສຍ​ອົງຄະ​ພິເສດ ສູນ​ເສຍ

​ອົງຄະ​ພິເສດ 790 ຈຶ່ງ​ກໍ່ໃຫ້ເກີດ​ສະພາບ​ຄວາມ​ຫຍຸ້ງຍາກ​ບໍ່​ສະດວກ​ເທົ່າ​ທີ່​ຄວນ ຍ້ອນ​ສະພາບ​ດັ່ງກ່າວ ທາງ​ລັດ

ຖະບານ ກໍ່​ຄືກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຈຶ່ງ​ໄດ້​ສ້ອມແປງ​ເຮືອນ​ຂອງ​ພະນັກງານ​ຄືນ ​ໃຫ້​ມີ​

ຄຸ​ນະພາບ ຖືກ​ຕາມ​ເຕັກນິກ​ໃນ​ການກໍ່ສ້າງ ແກ້​ໄຂ​ສະພາບ​ຫຍຸ້ງຍາກ​ຕ່າງໆ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​

ກັບ​ພະນັກງານ​ໃນ​ການ​ດຳລົງ​ຊີວິດ ແລະ ຢູ່​ອາໄສ.

 

ກະຊວງ​ແຮງ​ງານ ແລະ ສະຫວັດ​ດີ​ການ​ສັງຄົມ (​ຮສສ) ຈຶ່ງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ສ້ອມແປງ​ເຮືອນ ພະ

ນັກງານ​ເສຍ​ອົງຄະ​ພິເສດຂອງ​ສູນ​ດັ່ງກ່າວ ຕັ້ງ​ຢູ່ບ້ານ​ໄຮ່ (ທ່າ​ງ່ອນ) ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ຈຳ

ນວນ 77 ຫຼັງ ໃນ​ນີ້ ເປັນ​ເຮືອນ​ພັກ​ໂສດໜຶ່ງ​ຫຼັງ ໂດຍ​ກະຊວງໄດ້​ມອບ​ໃຫ້​ສອງ​ບໍລິສັດຄື: ບໍລິສັດ ​ສຸກ​ປະເສີດ​

ກໍ່ສ້າງ ແລະ ບໍລິສັດ ​ແກ່ນ​ປະເສີດ​ກໍ່ສ້າງ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ໂດຍ​ທັງ​ສອງ​ບໍລິສັດ ໄດ້​ດຳເນີນ​ການ​ສ້ອມ

ແປງ​ນັບ​ແຕ່​ວັນ​ທີ 20 ເມສາ 2014 ມາ​ຮອດ​ປັດຈຸບັນ​ ແມ່ນ​ໄດ້​ສຳເລັດ 100% ຕາມ​ກຳນົດ​ເວລາ​ໃນ​ສັນຍາ

ແລະ ມາ​ຮອດ​ປັດຈຸບັນ​ ທຸກ​ຄອບຄົວ​ພະນັກ​ງານ​ເສຍ​ອົງຄະ​ພິເສດ ໄດ້​ເຂົ້າ​ຢູ່​ອາໄສ​ເປັນ​ປົກກະຕິສຳລັບ​ມູນ​

ຄ່າ​ໂຄງການ​ທັງ​ໝົດ​ແມ່ນ 10,7 ຕື້​ກວ່າ​ກີບ.

 

ໃນ​ວັນ​ທີ 28 ຕຸລາ 2014 ຈຶ່ງ​ໄດ້​ຈັດ​ພິທີມອບ-ຮັບໂຄງການ​ສ້ອມແປງ​ເຮືອນ​ພັກ​ ພະນັກງານ​ພິເສດ​ສູນ​ເສຍ​

ອົງຄະ​ພິເສດ 790 ລະຫວ່າງກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມກັບ​ສອງ​ບໍລິສັດ​ດັ່ງກ່າວ ຕາງໜ້າ​

ມອບ​ໂດຍທ່ານ ພູນ​ສະ​ຫວັດ ລໍ​ທຳ​ວົງ ຕາງໜ້າ​ບໍລິສັດ​ແກ່ນ​ປະເສີດ​ກໍ່ສ້າງ ແລະ ທ່ານ ຄຳ​ຈັນ ທິບ​ພອນ​ໄຊ

ຕາງໜ້າ​ບໍລິສັດ​ ສຸກ​ປະເສີດ​ກໍ່ສ້າງ ແລະ ຕາງໜ້າຮັບ​ຂອງ​ທ່ານ ຄຳ​ຫຼ້າ ທຸມ​ພັນ​ສອນ ຫົວໜ້າ​ສູນ​ເສຍ​ອົງ

ຄະ​ພິເສດ 790 ໂດຍ​ຊ້ອງ​ໜ້າທ່ານ ບຸນ​ຄົງ ຫຼ້າ​ສຸ​ກັນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ ແລະ ສະ

ຫວັດດີ​ການ-ສັງຄົມ ແລະ ພະນັກງານ​ສູນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...