Homeຂ່າວພາຍ​ໃນການມອບ-ຮັບ ວັກຊີນຈາກ ສປປ ຈີນ ທີ່ສະໜາມບິນສາກົນວັດໄຕ

ການມອບ-ຮັບ ວັກຊີນຈາກ ສປປ ຈີນ ທີ່ສະໜາມບິນສາກົນວັດໄຕ

Published on

ວັກຊີນຊ່ວຍເຫຼືອຮອບໃໝ່ ຈຳນວນ 1,000,000 ໂດສ ຈາກລັດຖະບານ ສປ ຈີນ ມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ຮອດໄປສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໃນຕອນບ່າຍຂອງວັນທີ 13 ຕຸລາ 2021 ແລະ ໄດ້ມີການຈັດພິທີມອບ-ຮັບ ຢ່າງເປັນທາງການ ຕ່າງໜ້າລັດຖະບານ ສປ ຈີນ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ແລະ ຕ່າງໜ້າລັດຖະບານລາວ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ພັກ, ລັດ ແລະ ປະຊາຊົນລາວມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ຮັບຢາວັກຊິນປ້ອງກັນພະຍາດໂຄວິດ-19 ເພີ່ມຕື່ມ ຈໍານວນ 1 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ຈາກລັດຖະບານ ແຫ່ງ ສປ ຈີນ ມອບໃຫ້ແກ່ ສປປ ລາວ ເພື່ອໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນນາມລັດຖະບານ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລໍ້າຄ່າ, ທັນເວລາ ແລະ ສະເໝີຕົ້ນສະເໝີປາຍ ຂອງພັກ, ລັດ ແລະ ປະຊາຊົນຈີນ ເທື່ອນີ້; ວັກຊິນ 1 ລ້ານໂດສ ເທື່ອນີ້ ຈະສົມທົບກັບວັກຊິນ ສປ ຈີນ ຊ່ວຍເຫຼືອຜ່ານມາ ຈໍານວນ 3.300.000 ໂດສ (ບໍ່ລວມທີ່ກະຊວງປ້ອງກັນປະເທດຮັບ ຈຳນວນ 400.000 ໂດສ) ແລະ ຮ່ວມກັບການຊ່ວຍເຫຼືອຂອງປະເທດຕ່າງໆ, ອົງການສາກົນອື່ນໆ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍສັກວັກຊິນໃຫ້ປະຊາກອນທົ່ວປະເທດໄດ້ 50% ຂຶ້ນໄປ ໃນປີ 2021 ເພື່ອຕ້ານ ແລະ ສະກັດກັ້ນໂຄວິດ-19.

ທ່ານ ຈ່ຽງ ຈ້າຍຕົ່ງ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍໃນສະພາບທີ່ ສປປ ລາວ ໄດ້ພົບກັບວິກິດຄວາມຫຍຸ້ງຍາກ ແລະ ການລະບາດຂອງໂຄວິດ-19 ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ, ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເອອັກຄະລັດຖະທູດຢືນຢັນວ່າ ສປ ຈີນ ຈະສືບຕໍ່ຍຶດໝັ້ນຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂການລະບາດພະຍາດໂຄວິດ-19 ແລະ ຈະສະໜອງວັກຊິນໃຫ້ປະເທດລາວໃຫ້ໄດ້ 6.800.000 ໂດສ ພາຍໃນປີ 2021 ນີ້ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍຂອງລັດຖະບານລາວ ທີ່ຈະສັກວັກຊິນປ້ອງກັນໂຄວິດ-19 ໃຫ້ກັບປະຊາກອນໃຫ້ໄດ້ 50% ໃນປີ 2021

ແຫຼ່ງຂ່າວ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...