Homeຄວາມງາມ7 ເຫດຜົນທີ່ເຮັດໃຫ້ສາວໆ ຢາກກິນທັງທີບໍ່ຢາກ

7 ເຫດຜົນທີ່ເຮັດໃຫ້ສາວໆ ຢາກກິນທັງທີບໍ່ຢາກ

Published on

น้ำต้ม-น้ำกรอง-น้ำไหนดีที่สุด1

  1. ຂາດນ້ຳ

ດື່ມ​ນ້ຳ​ຫລາຍ​ໆ ບໍ່​ເຄີຍ​ເຮັດໃຫ້​ໃຜ​ນ້ຳ​ໜັກ​ຂຶ້ນ ຫລື ຕຸ້ຍ​ຂຶ້ນ​ ມີ​ແຕ່​ຈະ​ດີ​ຂຶ້ນ​ ແລະ ​ດີ​ຂຶ້ນ ຖ້າ​ສາວໆ​ດື່ມ​ນ້ຳ​ໜ້ອຍ ຜົນ​ຮ້າຍ​ນໍາມາ​ມີແນ່ນອນ​ ເພາະ​ເມື່ອ​ຮ່າງກາຍ​ຂາດ​ນ້ຳ​ຈະ​ເຮັດໃຫ້​ຮ່າງ​ກາຍ​ສັບ​ສົນ​​ວ່າ ສະຫລຸບ​ນີ້​ຂ້ອຍ​ຢາກ​ນ້ຳ​ ຫລື​ ຢາກ​ເຂົ້າ ຢາກເຂົ້າໜົມ ນີ້​ແຫລະ​ຈະ​ເຮັດໃຫ້​ສາວໆ​ລຸກ​ໄປ​ຫາ​ຫຍັງ​ກິນ​ແບບ​ງົງໆ

2

  1. ເບິ່ງ​ຮູບ​ຂອງ​ກິນ

ຫລີກລ້ຽງ​ບໍ່​ໄດ້​ແທ້ໆ​ກັບ​ສາວໆ​ທີ່​ຫລົງໃຫລ​ ໂຊ​ຊຽວ​ເນັດເວີກ​ ບໍ່ວ່າຈະເປັນ ​ເຟດ​ບຸກ    ອິ​ນຕາ​ແກມ ນີ້ເປັນ​ຊ່ອງ​ທາງ​ທີ່​ເຮັດໃຫ້​ເຮົາ​ໄດ້​ເບິ່ງ​ຮູບ​ຂອງ​ກິນ​ເກືອບຈະ 24 ຊົ່ວ​ໂມງ​​ແຖມ​ແຕ່​ລະ​ຮູບ​ກໍ​ຖ່າຍ​ອອກ​ມາ​ໄດ້​​ໃຈ​ ຈາກ​ການ​ວິ​ໄຈ​ຂອງ Journal of Neuroscience ໃຫ້​ຜູ້​ເຂົ້າ​ທົດສອບ​ເບິ່ງ​ຮູບ​ອາຫານ​ທີ່ງາມໆ​ເປັນຕາ​ກິນ​ປາກົດ​ວ່າ ຮູບ​ຂອງ​ອາຫານ​ສາມາດ​ກະຕຸ້ນ​ສະຫມອງ​ສ່ວນ​ກາງ ເຮັດໃຫ້​ກິນ​ຫລາຍ​ຂຶ້ນ !! ໃຜ​ທີ່​ມັກ​ເບິ່ງ​ກໍເຊົາ​ໄດ້​ແລ້ວ​

3

  1. ນອນ​ບໍ່​ພຽງພໍ

ເພາະ​ຮໍ​ໂມນ​ຈະ​ກະຕຸ້ນ​ຄວາມ​ຢາກ​ອາຫານ ​ຂອງ​ເຮົາ​ໃຫ້​ຮຸນແຮງ​ຂຶ້ນ ຫລາຍກວ່າ​ປົກກະຕິ ຖ້າ​ສາວໆ​ນອນ​ຫລັບ​ເຕັມ​ອີ່ມ ບອກ​ເລີຍ​ວ່າ​ບໍ່​ມີ​ຢາກ​ລະຫວ່າງ​ມື້​ແນ່ນອນ

4

  1. ເບິ່ງ​ໂທລະພາບ ກິນ​ໄປ​ເບິ່ງໄປ

ຖ້າຄືນ​ໃດ​ຢາກ​ຜ່ອນ​ຄາຍ​ດ້ວຍ​ການ​ເບິ່ງ​ໂທລະພາບ ລະຄອນ​ຕ່າງໆ ຢ່າ​ໄດ້​ຊື້​ເຂົ້າໜົມ​ມາ​ໄວ້​ເລີຍ ບໍ່​ວ່າ​ຈະ​ເປັນ​ເຂົ້າໜົມ​ ນ້ຳ​ອັດ​ລົມ ເພາະ ການ​ເບິ່ງລະຄອນ​ຈະ​ເຮັດໃຫ້​ເຮົາ​ບໍ່​ຮູ້​ປະລິມານ​ການ​ກິນ​ ເພາະ​ເຮົາ​ຈະ​ດຶງ​ດູດຄວາມ​ສົນ​ໃຈ​ໄປ​ທີ່​ການ​ຈ້ອງ​ໜ້າ​ໂທລະພາບ ເຮັດໃຫ້​ສາວໆ​ບໍ່​ຮູ້​ເລີຍ​ວ່າ ກິນ​ໄປ​ແລ້ວ​ເທົ່າ​ໃດ ອັນ​ສົ່ງ​ຜົນ​ໃຫ້​ນ້ຳ​ໜັກ​ຂຶ້ນໄດ້​ຢ່າງ​ວ່ອງໄວ​ແລະ ຮຸນແຮງ

Beer

  1. ແອວ​ກໍ​ຮໍ  ເພາະ​ຈະ​ໄປ ​ຊະ​ລໍ​ການ​ຜະລິດ​ຮໍ​ໂມນ leptin ນັ້ນ​ເອງ ເຊິ່ງ​ມີ​ລາຍ​ງານ​ບອກວ່າ ຄົົນທີ່​ດື່ມ​ຫລາຍໆ​ມີ​ຜົນ​ເຮັດໃຫ້​ກິນ​ຫລາຍ​ຍິ່ງ​ຂຶ້ນ​

6

  1. ຄຽດ

ຄວາມ​ຄຽດ ຄວາມ​ປະ​ມາດ ຫລື ​ຄາດ​ຫວັງ​ກັບ​ສິ່ງ​ທີ່​ຍັງ​ບໍ່​ເກີດ​ຫລາຍ​ເກີນ​ໄປ ຈະ​ເຮັດໃຫ້​ຮ່າງກາຍ​ຜະລິດ Gherlin ທີ່​ເຮັດໃຫ້​ເຮົາ​ຢາກ​ຢ່າງ​ຮຸນແຮງ​ຫລາຍ​ຍິ່ງ​ຂຶ້ນ ຖ້າ​ເປັນ​ໄປ​ໄດ້​ແນະ​ນຳ​ວ່າ ເລື່ອງ​ທີ່​ບໍ່​ຈຳ​ເປັນ​ຕ້ອງ​ຄຽດ ກໍ​ປ່ອຍວາງ​ມັນ​​ກະ​ໄດ້​

7

7.. ກິນ​ນ້ຳ​ຕານ​ຫລາຍ​

ຈາກ​ການສຶກສາ​ໃນ​ປີ 2011 ພົບ​ວ່າ​ການ​ກິນ​ອາຫານ​ທີ່​ມີ​ນ້ຳ​ຕານ​ເຂົ້າ​ສູ່​ຮ່າງກາຍ​ຫລາຍ​ເກີນໄປ ຈະ​ເຮັດໃຫ້​ຮໍ​ໂມນ​ໃນ​ລຳ​ໄສ້​ຂອງ​ເຮົາ​ບໍ່​ປົກກະຕິ ຄື ການເຮັດໃຫ້​ຮໍ​ໂມນ leptin ທີ່​ເປັນ​ໂຕຍັບ​ຍັ້ງ​ຄວາມ​ຢາກ​ຜະລິດ​ໄດ້​ຊ້າລົງ ຫລາຍ​ໄປ​ກວ່າ​ນັ້ນ ຍັງ​ໄປ​ເລັ່ງ​ໃຫ້​ຜະລິດ​ຮໍໂມນ Gherlin ເຊິ່ງ​ເປັນ​ຮໍ​ໂມນ​ໄປ​ສັ່ງ​ງານ​ສະຫມອງ ບອກວ່າ​ເຮົາ​ກຳ​ລັງ​ຢາກ​ຢູ່​ນໍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...