Homeຂ່າວຕ່າງປະເທດປະເທດທີ່ຖືກຈັດອັນດັບໃຫ້ເປັນປະເທດທີ່ປອດໄພໃນການຮັບມືກັບການລະບາດຂອງໂຄວິດ-19

ປະເທດທີ່ຖືກຈັດອັນດັບໃຫ້ເປັນປະເທດທີ່ປອດໄພໃນການຮັບມືກັບການລະບາດຂອງໂຄວິດ-19

Published on

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມທ້າທາຍຕໍ່ກັບເສດຖະກິດ ແລະ ການໃຊ້ຊີວິດຂອງປະຊາຊົນ ແລະ ໃນຂະນະດຽວກັນປະຊາກອນໃນທົ່ວໂລກກໍຍັງບໍ່ສາມາດທີ່ຈະເດີນທາງອອກນອກປະເທດໄດ້.

ໜ່ວຍງານ ອີໂຄໂນມິສ ອິນເທລລີເຈນ ຢູນິຕ ຫຼື EIU ເປັນໜ່ວຍງານທີ່ວິເຄາະເສດຖະກິດຂອງວາລະສານ ອີໂຄໂນມິສ ໄດ້ມີການຈັດອັນດັບປະເທດທີ່ປອດໄພໃນການໃຊ້ຊີວິດຫຼັງຈາກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19  ເຊິ່ງປະເທດທີ່ຖືກນໍາມາຈັດອັນດັບນັ້ນແມ່ນຈະອີງຕາມພູມຄຸ້ມກັນທາງດ້ານສຸຂະພາບ ແລະ ຄວາມໝັ້ນຄົງໃນດ້ານຕ່າງໆ.

ການຈັດອັນດັບ 2021 Safe Cities Index ນັ້ນໄດ້ນໍາເອົາເມືອງຕ່າງໆ 60 ແຫ່ງໃນທົ່ວໂລກມາຄໍານວນຕາມມາດຕະຖານຂອງການວັດແທກເຊັ່ນວ່າ: ໂຄງສ້າງພື້ນຖານ, ຄວາມປອດໄພສ່ວນໂຕບຸກຄົນ ແລະ ປັດໄຈສິ່ງແວດລ້ອມຕ່າງໆ ພ້ອມກັບເບິ່ງເຖິງສະຖານະການການຮັບມືກັບພະຍາດໂຄວິດ-19  ລວມໄປເຖິງອັດຕາການເສຍຊີວິດຂອງຄົນພາຍໃນປະເທດນັ້ນໆອີກດ້ວຍ ແລະ 5 ອັນດັບທີ່ຖືກຈັດໃຫ້ເປັນປະເທດທີ່ມີຄວາມປອດໄພຫຼັງຈາກທີ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ແກ່: 

  1. ເມືອງ ໂຄເປນເຮເກນ ປະເທດ ເດນມາກ 

ປະເທດເດນມາກຖືໄດ້ວ່າເປັນປະເທດໜຶ່ງທີ່ຮັບມືກັບການລະບາດຂອງພະຍາດໄດ້ດີ ແລະ ເປັນປະເທດໃນກຸ່ມທໍາອິດຂອງໂລກທີ່ໄດ້ປະກາດໃຫ້ປະຊາຊົນກັບມາໃຊ້ຊີວິດຮູບແບບໃໝ່ ໂດຍການຍົກເລີກມາດຕະການທີ່ກ່ຽວກັບໂຄວິດທັງໝົດໃນວັນທີ 10 ກັນຍາ 2021 ທີ່ຜ່ານມາ ແລະ ອັດຕາສ່ວນການສັກວັກຊີນໃຫ້ກັບປະຊາກອນແມ່ນຢູ່ໃນລະດັບສູງ ທາງກະຊວງສາທາລະນະສຸກຂອງປະເທດເດນມາກໄດ້ບອກວ່າ: ການແຜ່ລະບາດໂຄວິດ-19 ນັ້ນຢູ່ພາຍໃຕ້ການຄວບຄຸມ ແຕ່ຖ້າຫາກວ່າມີການລະບາດຂອງພະຍາດໂຄວິດ-19 ຄືນອີກແມ່ນຈະໄດ້ກັບມາໃຊ້ມາດຕະການໃນການຄວບຄຸມພະຍາດຄືດັ່ງທີ່ຜ່ານມາ.

  1. ນະຄອນໂຕຣອນໂຕ ປະເທດ ການາດາ

ປະເທດການາດາ ຖືກຈັດຢູ່ໃນອັນດັບທີສອງຂອງເມືອງທີ່ປອດໄພທີ່ສຸດ ໂດຍມີຄະແນນທີ່ກ່ຽວຂ້ອງກັບໂຄງສ້າງພື້ນຖານ ແລະ ຄວາມໝັ້ນຄົງທາງສິ່ງແວດລ້ອມທີ່ສູງ ໂດຍສະເພາະແມ່ນການສັກວັກຊີນທີ່ໄດ້ຮັບຄວາມຮ່ວມມືກັນຂອງຄົນໃນອົງກອນໃນການຈັດສັນການສັກວັກຊີນໃຫ້ກັບປະຊາຊົນຢ່າງເທົ່າທຽມກັນ.

  1. ປະເທດສິງກະໂປ

ປະເທດສິງກະໂປໄດ້ຮັບການຈັດອັນດັບຢູ່ໃນລະດັບທີສາມ ໂດຍອີງຕາມທາງດ້ານການນໍາໃຊ້ເທັກໂນໂລຊີແບບດິຈິຕອລ ແລະ ຄວາມໝັ້ນຄົງທາງດ້ານສາທາລະນະສຸກ, ໂຄງສ້າງພື້ນຖານ. ປະເທດສິງກະໂປເລີ່ມມີການປ້ອງກັນການແຜ່ລະບາດໄດ້ຢ່າງວ່ອງໄວ ແລະ ມີການເລີ່ມຕົ້ນການສັງເກດການແບບດິຈິຕອລ. ນອກຈາກນີ້ສິງກະໂປຍັງເປັນປະເທດໜຶ່ງທີ່ມີການສັກວັກຊີນໃນກັບປະຊາກອນຫຼາຍທີ່ສຸດ.

  1. ເມືອງ ຊິດນີ່ ປະເທດອົດສະຕາລີ

ປະເທດອົດສະຕາລີ ຖືກຈັດເປັນອັນດັບທີສີ່ ເຊິ່ງໃນຊ່ວງການເລີ່ມຕົ້ນລະບາດຂອງພະຍາດໂຄວິດ-19 ປະເທດອົດສະຕາລີເປັນປະເທດທີ່ຢູ່ໃນກຸ່ມແລກທີ່ໄດ້ປະກາດປິດເຂດແດນ ແລະ ໃຊ້ມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ແລະ ສາມາດຄວບຄຸມໃຫ້ຜູ້ຕິດເຊື້ອໃນປະເທດຢູ່ໃນລະດັບຕໍ່າ. 

  1. ເມືອງ ໂຕກຽວ ປະເທດຍີ່ປຸ່ນ 

ປະເທດຍີ່ປຸ່ນຖືກຈັດຢູ່ໃນອັນດັບທີຫ້າ ໂດຍໃນເມືອງໂຕກຽວນັ້ນໄດ້ຮັບການຈັດໃຫ້ຢູ່ໃນລໍາດັບຕົ້ນໆຂອງຄວາມໝັ້ນຄົງທາງດ້ານສຸຂະພາບ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ອາຍຸສະເລ່ຍຂອງປະຊາກອນ ແລະ ສຸຂະພາບຈິດຂອງປະຊາຊົນ.

ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...