spot_img
Homeຂ່າວຕ່າງປະເທດຖົງພຣາສຕິກ ທີ່ບໍ່ແມ່ນພຣາສຕິກ! ສາມາດກິນໄດ້ ເປັນມິດຕໍ່ສິ່ງແວດລ້ອມ

ຖົງພຣາສຕິກ ທີ່ບໍ່ແມ່ນພຣາສຕິກ! ສາມາດກິນໄດ້ ເປັນມິດຕໍ່ສິ່ງແວດລ້ອມ

Published on

ໃນແຕ່ລະປີ ທົ່ວໂລກໄດ້ມີການໃຊ້ຖົງພຣາສຕິກ ປະມານ 1 ລ້ານລ້ານຖົງ ເຊິ່ງເປັນສິ່ງອັນຕະລາຍຕໍ່ສັດ ແລະ ສິ່ງແວດລ້ອມ ໂດຍນັກທຸລະກິດໜ້າໃໝ່ຈາກປະເທດອິນໂອເນເຊຍ ໄດ້ຄິດຄົ້ນຜະລິດຕະພັນ ຖົງພຣາສຕິກຈາກແປ້ງຮາກຂອງມັນຕົ້ນທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ແລະ ກາຍເປັນປຸ໋ຍ ທົດແທນຖົງຢາງພຣາສຕິກທີ່ໃຊ້ເວລາຍ່ອຍສະຫຼາຍດົນເຖິງ ຫຼາຍຮ້ອຍປີ.

ຖົງຊະນິດນີ້ ເປັນວັດສະດຸທໍາມະຊາດ 100% ທີ່ສາມາດຍ່ອຍສະຫຼາຍໄດ້ພາຍໃນ 3-6 ເດືອນ ເຖິງການໃຊ້ງານແມ່ນຄືກັນກັບຖົງພຣາສຕິກທົ່ວໄປ

ມັນສາມາດລະລາຍໃນນໍ້າອຸ່ນໆ ແລະ ມະນຸດສາມາດເອົາມາກິໄດ້ ບໍ່ເປັນອັນຕະລາຍຕໍ່ສັດ ໂດຍ Kevin Kumala ຜູ້ຄິດຄົ້ນໄດ້ດື່ມໃຫ້ເບິ່ງເພື່ອພິສູດກັນເລີຍ

ນອກຈາກຖົງພຣາສຕິກທີ່ເຮັດຈາກຮາກມັນຕົ້ນນີ້ແລ້ວ Avani ຍັງມີຜະລິດຕະພັນອື່ນໆເຊັ່ນ ຈອກ, ບ່ວງ, ສ້ອມ, ທໍ່ດູດ, ເສື້ອກັນຝົນ ທີ່ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ ຖືເປັນອີກໜຶ່ງໄອເດຍທີ່ຕັ້ງໃຈຜະລິດຂຶ້ນມາເພື່ອເປັນມິດຕໍ່ສິ່ງແວັດລ້ອມ ໂດຍເຂົາມີຄວາມຕັ້ງໃຈຢາກໃຫ້ມະນຸດຢຸດໃຊ້ຖົງພຣາສຕິກທີ່ເປັນໄພຕໍ່ທໍາມະຊາດ

ຢ່າງໃດກໍຕາມ, ມັນກໍຍັງເປັນສິ່ງທີ່ໃຊ້ຄັ້ງດຽວແລ້ວຖິ້ມ ເຊິ່ງຕ້ອງໃຊ້ຊັບພະຍາກອນມະຫາສານ ແລະ ສາມາດກາຍເປັນຂີ້ເຫຍື້ອໄດ້ເຊັ່ນກັນ

ຂໍ້ມູນ: 2bgreen4ever

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...