spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ວັນທີ 12 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ວັນທີ 12 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 11 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,240 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 549 ຄົນ (ຕິດເຊື້ອພາຍໃນ ມີ 540 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 540 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1. ນະຄອນຫຼວງ 387 ຄົນ: ມີ 7 ເມືອງ ແລະ 113 ບ້ານ
• ເມືອງຈັນທະບູລີ ມີ 24 ຄົນ, 12 ບ້ານ
• ເມືອງສີໂຄດຕະບອງ ມີ 33 ຄົນ, 21 ບ້ານ
• ເມືອງໄຊເສດຖາ ມີ 132 ຄົນ, 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ)
• ເມືອງສີສັດຕະນາກມີ 27 ຄົນ, 10 ບ້ານ
• ເມືອງນາຊາຍທອງ ມີ 42 ຄົນ, 7 ບ້ານ
• ເມືອງໄຊທານີ ມີ 80 ຄົນ, 29 ບ້ານ (ສະຖານທີ່ຈຳກັດບໍລິເວນ 33 ຄົນ)
• ເມືອງຫາດຊາຍຟອງ ມີ 40 ຄົນ, 14 ບ້ານ
• ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ

2. ຫຼວງພະບາງ 52 ຄົນ:
• ນະຄອນຫລວງພະບາງ ມີ 14 ບ້ານ, 33 ຄົນ
• ເມືອງງອຍ ມີ 1 ບ້ານ, 7 ຄົນ
• ເມືອງນໍ້າບາກ ມີ 1 ບ້ານ, 12 ຄົນ

3. ​ສະຫວັນນະເຂດ 22 ຄົນ:
• ເມືອງອຸທຸມພອນ ມີ 1 ບ້ານ, 14 ຄົນ
• ນະຄອນໄກສອນ ມີ 3 ບ້ານ, 8 ຄົນ

4. ແຂວງວຽງຈັນ 18 ຄົນ:
• ເມືອງແກ້ວອຸດົມ ມີ 4 ບ້ານ, 6 ຄົນ
• ເມືອງວັງວຽງ ມີ 2 ບ້ານ, 7 ຄົນ
• ເມືອງວຽງຄຳ ມີ 2 ບ້ານ, 5 ຄົນ
5. ບໍລິຄຳໄຊ 17 ຄົນ
-​ເມືອງປາກກະດິງ ມີ 16 ຄົນ, 6 ບ້ານ

– ເມືອງປາກຊັນ 1 ຄົນ

6. ຈໍາປາສັກ 15 ຄົນ:
• ນະຄອນປາກເຊ ມີ 4 ບ້ານ, 8 ຄົນ
• ເມືອງບາຈຽງຈະເລີນສຸກ ມີ 2 ບ້ານ, 7 ຄົນ
7. ໄຊສົມບູນ 10 ຄົນ:
• ເມືອງລ່ອງຊານ 2 ບ້ານ, 5 ຄົນ
• ເມືອງອະນຸວົງ 2 ບ້ານ, 3 ຄົນ
• ເມືອງທ່າໂທມ 2 ບ້ານ, 2​ ຄົນ
8.​ ບໍ່ແກ້ວ 10 ຄົນ: ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ ພະມ້າ 1 ຄົນ)

9.​ ຄຳມ່ວນ 7​ ຄົນ: ທັງໝົດ ມາຈາກເມືອງທ່າແຂກ
10. ສາລະວັນ 2 ຄົນ: ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1​ ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 6 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7,258 ຄົນ.

❖ ສຳລັບ ຄົນເຈັບເສຍຊີວີດ 3 ຄົນ,​ ລາຍລະອຽດ ດັ່ງນີ້:
• ຜູ້ທີ1: ເພດຍິງ, ອາຍຸ 30 ປີ, ອາຊີບ ແມ່ເຮືອນ, ບ້ານ ບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ,​ບໍ່ທັນໄດ້ຮັບວັກຊີນ, ຖືພາ ໄດ້ 8 ເດືອນ, ມີພະຍາດປະຈຳໂຕ ເປັນເບົາຫວານ, ຄວາມດັນເລືອດສູງ. ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບຄົນໃນຄອບຄົວທີ່ຕິດເຊື້ອມາກ່ອນ. ວັນທີ 8 ຕຸລາ 2021 ມາໂຮງໝໍ ດ້ວຍອາການໄອອອກເລືອດ, ກ່ອນໜ້ານີ້ ແມ່ນມີອາການໄອ ແລະ ມີຂີ້ກະເທີ ຢູ່ບ້ານໄດ້ໜຶ່ງອາທິດແລ້ວ. ໂຮງໝໍສົ່ງຜູ້ກ່ຽວເຂົ້າໄປນອນຕືກແຍກປ່ຽວ, ​ວັນທີ 9 ຕຸລາ 2021 ໄດ້ເກັບຕົວຢ່າງກວດ ຜົນກວດພົບເຊື້ອໂຄວິດ. ວັນທີ 10 ຕຸລາ 2021 ອາການ ແມ່ບໍ່ດີ ແລະ ຄວາມດັນເລືອດຕໍ່າ ໄດ້ຜ່າຕັດເອົາລູກ (ສະພາບຂອງລູກ ຫລັງຜ່າຕັດ ເດັກບໍ່ດີ້ນ, ສຽງຫົວໃຈເດັກບໍ່ເຕັ້ນແລ້ວ ແລະ ເສຍຊີວິດ). ມາຮອດວັນທີ 11 ຕຸລາ 2021 ຜູ້ກ່ຽວເສຍຊີວິດ.
• ຜູ້ທີ2: ເພດຊາຍ, ອາຍຸ 50 ປີ, ອາຊີບ: ຊາວນາ, ບ້ານໜອງຂຽດ, ເມືອງ ປາກງື່ມ, ນະຄອນຫລວງວຽງຈັນ,​ໄດ້ສັກຢາວັກຊິນ 1 ເຂັມ (Astrazeneca), ມີພະຍາດປະຈຳຕົວ: ຄວາມດັນເລືອດ
ສູງ, ເບົາຫວານ, ຄໍ່ອັກເສບຊ້ຳເຮື້ອ, ບາດແຜໃນກະເພາະ ແລະ ເລືອດຈາງ. ເກັບຕົວຢ່າງວັນທີ 26 ກັນຍາ 2021,​ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ໂຮງຫມໍ 103 ແລະ ໄດ້ຍ້າຍມາໂຮງໝໍມິດຕະພາບ ໃນວັນທີ 27 ກັນຍາ 2021 ຍ້ອນມີອາການທາງດ້ານລະບົບຫາຍໃຈຮຸນແຮງ. ມາຮອດເວລາ 10:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
• ຜູ້ທີ3: ເພດຊາຍ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ. ຜູ້ກ່ຽວ ບໍ່ທັນໄດ້ສັກຢາວັກຊິນກັນພະຍາດໂຄວິດ-19. ພະຍາດປະຈໍາຕົວ: ໄອຊໍ້າເຮື້ອ. ວັນທີ 22 ກັນຍາ 2021 ຜູ້ກ່ຽວມີອາການໄຂ້, ໄອ, ປວດຕາມຕົນໂຕ, ເຈັບຄໍ ແລະ ປວດຂໍ້ກະດູກ. ວັນທີ 27 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19. ວັນທີ 29 ກັນຍາ 2021: ຜົນກວດອອກມາ ແມ່ນພົບເຊື້ອ. ວັນທີ 30 ກັນຍາ 2021 ເຂົ້ານອນປີ່ນປົວຢູ່ສູນໂຮງຮຽນ ມສ ລ້ອງຊານ ຈົນຮອດເວລາ 11:20 ໂມງຂອງວັນທີ 11 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...