Homeຂ່າວຕ່າງປະເທດນູແວນເຊລັງ ຍົກເລີກຍຸດທະສາດ “Zero Covid” ຍ້ອນຍັງມີຜູ້ຕິດເຊື້ອ

ນູແວນເຊລັງ ຍົກເລີກຍຸດທະສາດ “Zero Covid” ຍ້ອນຍັງມີຜູ້ຕິດເຊື້ອ

Published on

ນູແວນເຊລັງເປັນປະເທດສຸດທ້າຍທີ່ຍົກເລີກຍຸດທະສາດ Zero Covid ເນື່ອງຈາກບໍ່ສາມາດລະບຸເວລາຂອງການລະບາດຂອງພະຍາດໂຄວິດ-19 ນີ້ໄດ້ ໂດຍສາຍພັນທີ່ມີຄວາມຮຸນແຮງ ແລະ ແຜ່ເຊື້ອໄດ້ສູງໃນຂະນະນີ້ແມ່ນສາຍພັນເດລຕ້າ ແລະ ໄດ້ປະກາດໃຊ້ຍຸດທະສາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສະບັບໃໝ່ ໃນວັນທີ 04 ຕຸລາ 2021 ໂດຍມີເນື້ອໃນວ່າ ປະເທດຈະບໍ່ດໍາເນີນວິທີການເຮັດໃຫ້ຜູ້ຕິດເຊື້ອເປັນສູນອີກຕໍ່ໄປ ຫຼື Zero Covid ຍ້ອນວ່າການລັອກດາວໃນເມືອງໂອກແລນບໍ່ໄດ້ຮັບຜົນສໍາເລັດຈຶ່ງເຮັດໃຫ້ມີຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ທາງລັດຖະບານຂອງນິວຊີແລນຈຶ່ງໄດ້ມີການປ່ຽນແປງຍຸດທະສາດໃນການເອົາຊະນະກັບໂຄວິດ-19. 

ປະເທດນູແວນເຊລັງເປັນປະເທດທີ່ຕໍ່ສູ້ກັບພະຍາດໂຄວິດ-19 ແບບເຕັມທີ່ ແລະ ນີ້ກໍເປັນຄັ້ງທໍາອິດທີ່ມີການຍົກເລີກຍຸດທະສາດ Zero Covid ແລ້ວຫັນປ່ຽນມາເປັນຍຸດທະສາດການຮຽນຮູ້ທີ່ຈະຢູ່ກັບໂຄວິດ-19 ແທນ.

ແຫຼ່ງຂ່າວ: Moneyandbanking

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...