spot_img
Homeຂ່າວພາຍ​ໃນເຄື່ອງກວດແບບໄວ ທີ່ບຸກຄົນຊື້ມາກວດເອງ ບໍ່ມີຄວາມຊໍານານ ອາດໃຫ້ຜົນບໍ່ຖືກຕ້ອງ

ເຄື່ອງກວດແບບໄວ ທີ່ບຸກຄົນຊື້ມາກວດເອງ ບໍ່ມີຄວາມຊໍານານ ອາດໃຫ້ຜົນບໍ່ຖືກຕ້ອງ

Published on

ເຄື່ອງກວດໂຄວິດແບບໄວ ທີ່ເຫັນຕາມໂຄສະນາຂາຍສ່ວນຫຼາຍ ບໍ່ໄດ້ຜ່ານການກວດກາຢ່າງດີ ແລະ ອາດຈະເຮັດໃຫ້ມີຄວາມຜິດພາດສູງ.

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 6 ຕຸລາ 2021 ໂດຍ ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ໄດ້ກ່າວໃນບົດຖະແຫຼງຂ່າວມື້ນີ້ວ່າ: ຂໍແຈ້ງໃຫ້ທ່ານຊາບວ່າ ການກວດດ້ວຍຊຸດເຄື່ອງກວດແບບໄວນັ້ນ ເປັນວິທີໜຶ່ງ ທີ່ຄະນະສະເພາະກິດໄດ້ກໍານົດໃຫ້ໃຊ້ໃນສະຖານບໍລິການ ຫຼື ການກວດແບບທ່າບຸກຢູ່ໃນຊຸມຊົນທີ່ມີການຕິດເຊື້ອ. ເຖິງຈະກວດດ້ວຍເຄື່ອງກວດແບບໄວແລ້ວກໍ່ຕາມ ແຕ່ວິທີການກວດທີ່ເປັນມາດຕະຖານທີ່ສຸດ ຍັງແມ່ນການກວດໃນຫ້ອງວິເຄາະ. ຄະນະສະເພາະກິດ ບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງ ຍ້ອນເຫດຜົນດັ່ງນີ້:

  • ເຄື່ອງກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ໂດຍບໍ່ຮູ້ວ່າຊະນິດໃດໄດ້ມາດຕະຖານສາກົນ
  • ເຄື່ອງກວດທີ່ເຫັນໂຄສະນາຂາຍນີ້ ບໍ່ໄດ້ຜ່ານການກວດກາຂອງ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ
  • ບັນດາເຄື່ອງກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີເຄື່ອງຊະນິດໃດທີ່ໃຫ້ຜົນຖືກຕ້ອງ 100% ໝາຍຄວາມວ່າ ສາມາດຜິດພາດໄດ້ສູງ
  • ບຸກຄົນທີ່ຊື້ມາກວດເອງ ຍັງບໍ່ມີຄວາມຊໍານານ ຊຶ່ງອາດເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ເຮັດໃຫ້ຜົນກວດບໍ່ຖືກຕ້ອງ
  • ການຖີ້ມເຄື່ອງກວດນັ້ນລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນ ແມ່ນເປັນການຖີ້ມທີ່ອັນຕະລາຍທີ່ສຸດ ເພາະເຄື່ອງກວດທີ່ມີເຊື້ອນັ້ນ ອາດຈະກາຍເປັນແຫລ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອໄວ ແລະ ລາມເປັນວົງກວ້າງໄດ້ ເຊິ່ງໃນນັ້ນ ອາດແມ່ນຄົນໃນຄອບຄົວຂອງທ່ານ.

ເຊິ່ງທ່ານໄດ້ກ່າວກ່ອນໜ້ານີ້ອີກວ່າ: ໃນໄລຍະອາທິດທີ່ຜ່ານມານີ້ ເຫັນວ່າ ຈໍານວນຄົນທີ່ມາກວດຫາເຊື້ອ ບາງມື້ມີຕົວເລກຄົງທີ່ ຫຼື ບາງມື້ກໍ່ຫຼຸດລົງ ແຕ່ອັດຕາການກວດພົບເຊື້ອ ແມ່ນເພີ່ມສູງຂື້ນກວ່າເກົ່າ.

ຕໍ່ກັບບັນຫາດັ່ງກ່າວ, ສະແດງໃຫ້ເຫັນວ່າ:ຍັງມີຜູ້ສຳຜັດໃກ້ຊິດອີກຫຼາຍຄົນ ທີ່ຍັງບໍ່ທັນຕື່ນຕົວ ຫຼື ຮີບຮ້ອນມາກວດຫາເຊື້ອກວດພົບການຕິດເຊື້ອຫຼາຍຂື້ນ ໝາຍວ່າ ແຫຼ່ງຕິດເຊື້ອໃນຊຸມຊົນຍັງມີທ່າອ່ຽງສູງ ໂດຍສະເພາະໃນສະຖານທີ່ທີ່ມີຄົນແອອັດ ເຊັ່ນ: ຕະຫຼາດ, ໂຮງຈັກໂຮງງານທີ່ຍັງດໍາເນີນການຜະລິດຢູ່ ຫຼື ໃນໂຮງໝໍ, ສໍານັກງານອົງການ ແລະ ສະຖານທີ່ຄຸມຂັງ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...