spot_img
Homeຂ່າວພາຍ​ໃນສະຫະລັດອາເມລິກາ ມອບອາຫານ ແລະ ຊຸດອານາໄມ ໃຫ້ສູນກັກກັນທີ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ

ສະຫະລັດອາເມລິກາ ມອບອາຫານ ແລະ ຊຸດອານາໄມ ໃຫ້ສູນກັກກັນທີ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ

Published on

ຄຳມ່ວນ ແລະ ສະຫວັນນະເຂດ, ສປປ ລາວ — ໃນວັນທີ 28 ກັນຍາ 2021 ທີ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ, ສະຫະລັດອາເມລິກາ ໄດ້ບໍລິຈາກ ອາຫານແຫ້ງ ແລະ ຊຸດອານາໄມ ຈຳນວນມູນຄ່າຫຼາຍກວ່າ 100000 ໂດລາສະຫະລັດ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ອາຫານແຫ້ງ ແລະ ຊຸດອານາໄມ ໄດ້ຖືກສະໜັບສະໜູນໂດຍທຶນການຊ່ວຍເຫຼືອລ້າຂອງອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ຜ່ານການຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກ ປະຈໍາ ສປປ ລາວ ຈະຖືກແຈກຢາຍໃຫ້ແກ່ສູນຈຳກັດບໍລິເວນໃນສອງແຂວງເປົ້າໝາຍ ກໍຄື ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ເພື່ອສະໜັບສະໜູນແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ.

ໃນປັດຈຸບັນ, ສປປ ລາວ ກຳລັງປະສົບກັບບັນຫາອັດຕາທີ່ສູງຂຶ້ນຂອງຜູ້ຈຳກັດບໍລິເວນທີ່ສູນຈຳກັດບໍລິເວນ ເຊິ່ງໃນຂະນະນີ້ມີຢູ່ປະມານ 7,500 ຄົນ ສ່ວນໃຫຍ່ແມ່ນແຮງງານລາວທີ່ຖືກສົ່ງຕົວກັບຈາກປະເທດເພື່ອນບ້ານ ແລະ ໃນຈຳນວນນັ້ນເກືອບເຄິ່ງໜຶ່ງແມ່ນແມ່ຍິງ. ການຊ່ວຍເຫຼືອຈາກ USAID ຄັ້ງນີ້ ຈະຮັບປະກັນວ່າປະຊາຊົນທີ່ສູນຈໍາກັດບໍລິເວນຈະສາມາດເຂົ້າເຖິງ ສະບຽງອາຫານ ແລະ ການຮັກສາສຸຂານາໄມ ທີ່ຈຳເປັນ ໃນໄລຍະການກັກໂຕຂອງພວກເຂົາ. ໃນການສະໜັບສະໜູນດັ່ງກ່າວ ແຕ່ລະຄົນແມ່ນຈະໄດ້ຮັບຊຸດບັນຈຸພັນທີ່ປະກອບໄປດ້ວຍ ໜ້າກາກອານາໄມ, ສະບູ, ເຈວລ້າງມື, ເຄື່ອງໃຊ້ສອຍທີ່ຈຳເປັນ, ຜະລິດຕະພັນເຄື່ອງປຸງ, ອາຫານກະປ໋ອງ ແລະ ນ້ຳດື່ມ.

ທ່ານ ປອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ຊົມເຊີຍລັດຖະບານ ສປປ ລາວ ຕໍ່ກັບຄວາມພະຍາຍາມໃນການຮັກສາຄວາມປອດໄພແກ່ປະຊາຊົນລາວໃຫ້ຫ່າງໄກຈາກພະຍາດ ໂຄວິດ-19 ແລະ ໄດ້ຍົກໃຫ້ເຫັນເຖິງການຂະຫຍາຍຕົວຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ເຊິ່ງໃນປີນີ້ກໍແມ່ນປີຄົບຮອບ 5 ປີ ສາຍພົວພັນດັ່ງກ່າວ. ທ່ານ ເຮມອນ ກ່າວວ່າ: ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນທີ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ, ການສະໜັບສະໜູນຄັ້ງນີ້ ຈະຊ່ວຍສະໜອງອາຫານ ແລະ ຊຸດອານາໄມທີ່ຈຳເປັນສຳລັບແຮງງານລາວ ທີ່ກັບຄືນປະເທດໃນຊ່ວງໄລຍະເວລາທີ່ຫຍຸ້ງຍາກແບບນີ້. ສະຫະລັດອາເມລິກາຈະສືບຕໍ່ຮ່ວມມືກັບ ສປປ ລາວ ເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ບໍ່ວ່າຈະເປັນຜົນກະທົບຕໍ່ສຸຂະພາບ, ເສດຖະກິດ ຫຼື ການສຶກສາຂອງປະຊາຊົນ ທັງນີ້ກໍເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນໂຕໄດ້ດີຂຶ້ນກວ່າເກົ່າ ສິ້ນສຸດການແຜ່ລະບາດຂອງພະຍາດ ໂຄວິດ-19”.

ການຊ່ວຍເຫຼືອນີ້ ແມ່ນໜຶ່ງໃນຫຼາຍໆຄວາມຊ່ວຍເຫຼືອຈາກສະຫະລັດອາເມລິກາໃຫ້ແກ່ ສປປ ລາວ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19. ນັບແຕ່ເລີ່ມມີການລະບາດ ສະຫະລັດອາເມລິກາໄດ້ໃຫ້ຄວາມຊ່ວຍເຫຼືອເປັນມູນຄ່າລວມປະມານ 10 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ກັບພະຍາດດັ່ງກ່າວ. ໃນເດືອນ ກໍລະກົດ ປີ 2021, ສະຫະລັດອາເມລິກາໄດ້ບໍລິຈາກຢາວັກຊີນ Johnson & Johnson ຫຼາຍກວ່າໜຶ່ງລ້ານໂດສ ໃຫ້ແກ່ ສປປ ລາວ ເຊິ່ງມັນເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງທ່ານ ໄບເດັນ, ປະທານາທິບໍດີແຫ່ງສະຫະລັດອາເມລິກາ ໃນການທີ່ຈະຢຸດຢັ້ງການລະບາດຂອງພະຍາດດັ່ງກ່າວໃນທົ່ວໂລກ. ການຊ່ວຍເຫຼືອກ່ອນໜ້ານີ້ຈາກອົງການ USAID ໄດ້ສະໜັບສະໜູນ ສປປ ລາວ ໃນການຝຶກອົບຮົມພະນັກງານແຖວໜ້າ, ແພດ ແລະ ໝໍ, ທັງຍັງສະໜອງອຸປະກອນການແພດ ແລະ ຫ້ອງທົດລອງ, ສົ່ງເສີມການເປີດໂຮງຮຽນຄືນໃຫມ່ຢ່າງປອດໄພ ເພື່ອຊ່ວຍໃຫ້ເດັກນ້ອຍໃນທົ່ວ ສປປ ລາວ ໄດ້ສືບຕໍ່ການຮຽນຢ່າງປອດໄພ. ອົງການ USAID ຍັງເຮັດວຽກຮ່ວມກັນຢ່າງໃກ້ຊິດກັບລັດຖະບານລາວ ໂດຍຜ່ານຫຼາຍແຜນງານທີ່ໄດ້ອອກແບບມາເພື່ອປັບປຸງວຽກງານໂພຊະນາການ, ນ້ຳ ແລະ ສຸຂານາໄມ, ທັງຍັງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ສ້າງຄວາມເຂັ້ມແຂງໃຫ້ກົດໝາຍ, ຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາ ແລະ ຕ້ານການຄ້າມະນຸດໃນປະເທດລາວ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...