Homeຂ່າວໂຄວິດ-19ບົດລາຍງານຜູ້ເສຍຊີວິດ ແລະ ຕິດເຊື້ອໃນຊຸມຊົນ ວັນທີ 30 ກັນຍາ 2021

ບົດລາຍງານຜູ້ເສຍຊີວິດ ແລະ ຕິດເຊື້ອໃນຊຸມຊົນ ວັນທີ 30 ກັນຍາ 2021

Published on

ຕາມການລາຍງານຂອງຄະນະສະເພາະກິດ ປະຈໍາວັນທີ 30 ກັນຍາ 2021, ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ທົ່ວປະເທດມື້ນີ້ກວດພົບ 335 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

– ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ

– ວັນທີ 17/09/2021: ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫລັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021 ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ

– ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫລາຍ ປະມານຕອນສວຍ (ບໍ່ຈື່ໂມງ)

– ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປະຈຸບັນນີ້ ສົບຂອງຜູ້ກ່ຽວ ແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ

ໝາຍເຫດ: ໄລຍະນອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານກ່ອນໜ້ານັ້ນ

*ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ 335 ຄົນມີດັ່ງນີ້:
1. ນະຄອນຫຼວງ 128 ຄົນ :
– ເມືອງນາຊາຍທອງ 9 ຄົນ
– ຈຸດບຶງຂະຫຍອງ 35 ຄົນ
– ເມືອງຫາດຊາຍຟອງ 5 ຄົນ
– ເມືອງໄຊເສດຖາ 1 ຄົນ (ບ້ານໂນນຫວາຍ ແລະ ສົມສະຫງ່າ)
– ເມືອງຈັນທະບູລີ 1 ຄົນ, ບ້ານສີຫອມ
– ເມືອງສີໂຄດຕະບອງ 18 ຄົນ
– ໂຮງໝໍ 103 ພົບ 10 ຄົນ
– ຈຸດເກັບຕົວຢ່າງສີເກີດ 19 ຄົນ
– ໂຮງໝໍມິດຕະພາບ 7 ຄົນ
– ຕະຫຼາດໜອງຈັນ 13 ຄົນ

2. ສະຫວັນນະເຂດ 35 ຄົນ
– ວັດບ້ານໂພໄຊ, ນະຄອນໄກສອນ ມີ 24 ກໍລະນີ, ທັງໝົດເປັນຄູບາ ແລະ ເນນ ຊື່ງພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021. ວັດດັ່ງກ່າວ ມີພະສົງທັງໜົດ 64 ອົງ, ຮອດປະຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ
– ນະຄອນໄກສອນ ມີ 08 ກໍລະນີ
– ​ບ້ານສະພານໃຕ້ ມີ 07 ກໍລະນີ

– ບ້ານໂນນສະຫວາດ ມີ 01 ກໍລະນີ

– ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ, ເມືອງອຸທຸມພອນ
– ບ້ານໂນນຍາງ, ເມືອງອຸທຸມພອນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 28 ປີ, ອາຊີບ: ພະນັກງານບໍລິສັດນິກຄອນ)

3. ຈຳປາສັກ 20​ ຄົນ
– ບາຈຽງ 7 ຄົນ (ກຸ່ມສຳຜັດຈຸ້ມສວນຢາງ 6 ຄົນ, ບໍລິສັດຂົນສົ່ງ 1 ຄົນ)
– ປາກເຊ 12 ຄົນ ຈາກ 7 ບ້ານ (ເປັນກຸ່ມສຳຜັດ) ໃນນັ້ນມີທະຫານຍາມສູນ 1 ຄົນ, ທະຫານທ້ອງຖີ່ນ 1 ຄົນ
– ປະທຸມພອນ 1 ຄົນ

4. ຄຳມ່ວນ 11 ຄົນ ໃນນັ້ນ ມີແພດ 6 ຄົນ, ທະຫານ 1 ຄົນ ຊື່ງມາຈາກ ເມືອງ ທ່າແຂກ 10 ຄົນ ແລະ ເມືອງ ໜອງບົກ 1 ຄົນ.

5. ຫຼວງພະບາງ 71​ ຄົນ
– ເມືອງງອຍ ມີ 43 ກໍລະນີ (ບ້ານໜອງຂຽວ ມີ 28 ຄົນ, ບ້ານປາກບາກ ມີ 06 ຄົນ, ບ້ານຜາທອກ ມີ 04ຄົນ, ບ້ານສົບຮຸນ 03 ຄົນ), ມີ 02 ກໍລະນີ ຈາກບ້ານມົກລັກ ແລະ ບ້ານໜອງເບ້ຍ ມີບ້ານລະ 01 ກໍລະນີ
– ເມືອງນໍ້າບາກ ມີ 24 ຄົນ (ບ້ານນະຄອນ ມີ 23 ຄົນ; ບ້ານທ່າລີ່ ມີ 01 ກໍລະນີ)
– ນະຄອນຫລວງພະບາງ ມີ 03 ກໍລະນີ (ບ້ານໂພນສະອາດ, ບ້ານຂົວທີ່ 01 ແລະ ບ້ານນາຊາງ ມີບ້ານ ລະ 01 ກໍລະນີ)
– ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ)

6. ແຂວງວຽງຈັນ 24 ຄົນ
– ເມືອງໂພນໂຮງ ມີ 11 ກໍລະນີ (ທັງໝົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວງານເຮືອນດີຢູ່ບ້ານໂພນຫໍ)
– ມີ 06 ກໍລະນີ ຈາກບ້ານນາຊູ ແລະ ບ້ານໂພນງາມ ມີບ້ານລະ 03 ກໍລະນີ
– ບ້ານໂພນໂຮງ ມີ 02 ກໍລະນີ
– ບ້ານນາໂພເໜຶອ, ບ້ານໂພນຫໍ ແລະ ບ້ານໂພນແກ້ວ ມີບ້ານລະ 01 ກໍລະນີ
– ເມືອງວຽງຄໍາ ມີ 03 ກໍລະນີ (ບ້ານໂພນໝີເໜຶອ ມີ 03 ກໍລະນີ ແລະ ທັງໜົດແມ່ນມີປະຫວັດສໍາຜັດໃກ້ຊິດກັບຄົນເຊື້ອທີ່ໄປຮ່ວງານເຮືອນດີຢູ່ບ້ານໂພນໝີ).
– ເມືອງວັງວຽງ ມີ 03 ກໍລະນີ (ບ້ານນໍ້າພ້າວ ມີ 02 ກໍລະນີ ແລະ ບ້ານວຽງແກ້ວ ມີ 01 ກໍລະນີ) ຊື່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອຢູ່ບ້ານໂພນຊູ
– ເມືອງທຸລະຄົນ ມີ 01 ກໍລະນີ (ບ້ານໂພນແຮ່) ຊື່ງໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ (ເປັນສາມີ) ຊື່ງຂາຍຄໍາຢູ່ທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ (ໄປ-ກັບ ລະຫວ່າງແຂວງວຽງຈັນ-ນະຄອນຫລວງ)

7. ບໍ່ແກ້ວ 14 ຄົນ ໃນນັ້ນ 08 ຄົນ ຈາກບ້ານພຽງງາມ ແລະ 06 ຄົນ ຈາກ ເຂດເສດຖະກິດພິເສດ

8. ບໍລິຄຳໄຊ 15 ຄົນ
– ເມືອງປາກກະດິງ ມີ 13 ກໍລະນີ; ບ້ານໂພນສີ ມີ 13 ກໍລະນີ ທັງໜົດອາຊີບເປັນກໍາມະກອນ (ເປັນຄົນລາວ 10 ກໍລະນີ ແລະ ຄົນຈີນ ມີ 03 ກໍລະນີ)
– ເມືອງປາກຊັນ ມີ 01 ກໍລະນີ; ເພດດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານສີມຸງຄຸນ

9. ໄຊສົມບູນ 16 ຄົນ
– ເມືອງທ່າໂທມ ມີ 06 ກໍລະນີ (ບ້ານຊຽງຄົງ)
– ເມືອງລ້ອງຊານ ມີ 10 ກໍລະນີ
– ບ້ານພູປ່າມັນ ມີ 04 ກໍລະນີ
– ບ້ານຄອນມົດ ມີ 02 ກໍລະນີ
– ມີ 04 ກໍລະນີ ຈາກບ້ານໂພນເລົາ, ບ້ານນໍ້າຄຸ້ຍ, ບ້ານຖໍ້າດິນ ແລະ ບ້ານທ່າເຮືອ ມີບ້ານລະ 04 ກໍລະນີ.
– ທັງໝົດ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານຖໍ້າດິນ ທີ່ມາງານເຮືອນດີ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

10. ອັດຕະປຶ 3 ຄົນ (ລາຍລະອຽດພາຍຫຼັງ)

ປັດຈຸບັນ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,441 ຄົນ ແລະ ຫາຍດີອອກໂຮງໝໍໃນມື້ວານນີ້ ມີ 296 ຄົນ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 23,846 ຄົນ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...