ລາຍງານປະຫວັດຜູ້ຕິດເຊື້ອໃໝ່ ວັນທີ 27 ກັນຍາ 2021

0
1336

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 26 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,066 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 622 ຄົນ:

– ກໍລະນີນໍາເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 1 ຄົນ ແລະ ຈໍາປາສັກ 1 ຄົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 610 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

1. ນະຄອນຫຼວງ 315 ຄົນ, ລາຍລະອຽດມີດັ່ງນີ້:
– ເມືອງນາຊາຍທອງ 9 ຄົນ
– ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ
– ມສ ເຈົ້າອານຸວົງ 6 ຄົນ
– ມສ ລາວຫວຽດ 3​ ຄົນ
– ສະຖາບັນປັດສະເຕີ້ລາວ 11 ຄົນ
– ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ
– ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ
– ໂຮງງານຕັດຫຍິບກຽນວິໄລ 3 ຄົນ
– ໂຮງງານອານພິລາວ 54 ຄົນ
– ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ)
– ຈຸດເກັບຕົວຢ່າງສີເກີດ 60 ຄົນ
– ເມືອງໄຊທານີ 14 ຄົນ
– ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ ຈະລາຍງານໃຫ້ບັນດາທ່ານຊາບຕື່ມພາຍຫຼັງ

2. ຄຳມ່ວນ 152 ຄົນ: ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ)

3. ຈໍາປາສັກ 59 ຄົນ:
– ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ
– ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ)

4. ຫຼວງພະບາງ 35 ຄົນ: ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ ຈອມເພັດ 1 ຄົນ

5. ແຂວງວຽງຈັນ 13 ຄົນ:
– ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ
– ບ້ານນາຊູ ມີ 05 ກໍລະນີ
– ວັດບ້ານນາຊູ ມີ 01 ກໍລະນີ
– ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ
– ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ
– ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)

6. ບໍ່ແກ້ວ 11 ຄົນ: ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01 ຄົນ

7. ບໍລິຄໍາໄຊ 7 ຄົນ:
– ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ); ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ)

8. ສາລະວັນ 7 ຄົນ: (ລາຍລະອຽດພາຍຫຼັງ)

9. ສະຫວັນນະເຂດ 5 ຄົນ:
– ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ
– ​ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ
– ​ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021.

10. ໄຊສົມບູນ 3 ຄົນ:
– ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ) ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021
– ​ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ)

11. ຫລວງນໍ້າທາ 3 ຄົນ: ຄົນລາວ ​1 ຄົນ ແລະ ຄົນຈີນ ​2 ຄົນ (ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ)

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,441 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,271 ຄົນ.