spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃໝ່ ປະຈໍາ ວັນທີ 26 ກັນຍາ 2021

ປະຫວັດຜູ້ຕິດເຊື້ອໃໝ່ ປະຈໍາ ວັນທີ 26 ກັນຍາ 2021

Published on

ຕາມການລາຍງານຂອງຄະນະສະເພາະກິດ ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃຫມ່ 292 ຄົນ ແລະ ການຕິດເຊື້ອໃນຊຸມຊົນມີຈໍານວນ 280 ຄົນ ຄື:

1. ນະຄອນຫຼວງວຽງຈັນ ແຍກຕາມ ແຫຼ່ງທີ່ມາຂອງການຕິດເຊື້ອໃນຊຸມຊົນ ທັງຫມົດ 135 ຄົນ
, ລາຍລະອຽດມີດັ່ງນີ້:
– ພະນັກງານໂຮງງານ Trio : 63 ຄົນ – ພະນັກງານສາງ DKSH: 1 ຄົນ – ພະນັກງານທະຫານຕໍາຫຼວດ: 3 ຄົນ (ຕາຫຼວດ ຂ) – ພະນັກງານໂຮງງານໂຮຢ້າ: 1 ຄົນ – ພະນັກງານເດີນກ໊ອບແລັກວິວ: 1 ຄົນ
– ສ່ວນທີ່ເຫຼືອແມ່ນທີມງານກໍາລັງສັງລວມຂໍ້ມູນ 66 ຄົນ

2. ຄໍາມ່ວນ 85 ຄົນ:
– ກໍາມະກອນບໍລິສັດຄາຍຢວນ 83 ຄົນ;
– ຊຸມຊົນທົ່ວໄປ 2 ຄົນ

3.ແຂວງວຽງຈັນ 16 ຄົນ: – ເມືອງໂພນໂຮງ ມີ 10 ຄົນ (ບ້ານໂພນຫໍ ມີ 03 ຄົນ; ບ້ານໂພນແກ້ວ ມີ 02 ຄົນ; ບ້ານ
ນາແພງ 1 ຄົນ, ບ້ານໂນນສະຫວາດ 1 ຄົນ, ນ້ໍາລິນ 1 ຄົນ, ບ້ານຊ່າງໃຫ່ຍ 1 ຄົນ ແລະ
ບ້ານນາໂພພະລາດ 1 ຄົນ) – ເມືອງວັງວຽງ ມີ 03 ຄົນ (ບ້ານຂັນຫນາກ ມີ 02 ຄົນ ແລະ ບ້ານວຽງແກ້ວ ມີ 01 ຄົນ)
– ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນຫມີ)

4.ສະຫວັນນະເຂດ 14 ຄົນ:
– ຄ້າຍຄຸມຂັງຫຼັກຫົກ 3 ຄົນ ( ພະນັກງານຕໍາຫລວດ 02 ຄົນ, ນັກໂທດ 01 ຄົນ)
– ນັກບວດ 1 ຄົນ (ເພດຊາຍ, ອາຍຸ 18 ປີ) ຢູ່ວັດໂພໄຊ, ນະຄອນໄກສອນ ແລະ ຍັງບໍ່
ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ – ພະນັກງານແພດ ມີ 01 ຄົນ, ເຮັດວຽກຢູ່ເມືອງອາດສະພອນ ຊື່ງເຂົ້າປະຈໍາສູນຫຼັກ 9
ແລະ ຢູ່ຊ່ວງກັກໂຕພາຍຫຼັງອອກປະຈໍາການ – ພະນັກງານທະຫານຄ້າຍ 644, ບ້ານຈະເລີນສຸກ, ເມືອງອຸທຸມພອນ ທີ 01 ກໍລະນີ – ຜູ້ປະຈໍາຢູ່ ມສ ພິນ ຂື້ນກັບເມືອງອຸທຸມພອນ 06 ຄົນ: (ພະນັກງານຕໍາຫລວດ ມີ
03 ຄົນ, ນາຍບ້ານ ມີ 02 ຄົນ, ພະນັກງານປົກຄອງເມືອງ ມີ 91 ຄົນ) – ປະຊາຊົນບ້ານວົງພັນສີ, ເມືອງອຸທຸມພອນ ມີ 02 ຄົນ (ເພດຊາຍ 41 ປີ ແລະ ເພດ
ຍິງ 29 ປີ) ຊື່ງເປັນຄົນໃນຄອບຄົວຂອງພະນັກງານຕໍາຫລວດ ທີ່ຕິດເຊື້ອຜ່ານມາ.

5.ຈໍາປາສັກ 12 ຄົນ: ຊື່ງມາຈາກເມືອງປະທຸມພອນທີ່ເຄີຍລາຍງານຜ່ານມາ

6.ສາລະວັນ 7 ຄົນ: – ບ້ານນາເຫຼັກ 04 ຄົນ, ຊື່ງມາຈາກຄອບຄົວຕິດເຊື້ອທີ່ ຜ່ານມາ, – ບ້ານໂພນແກ້ວ ມີ 03 ຄົນ ຄອບຄົວດຽວກັນກັບພະນັກງານແພດກາຍຍະບໍາບັດໂຮງຫມໍ ແຂວງສາລະວັນ ທີ່ຕິດເຊື້ອຜ່ານມາ.

7.ບໍລິຄໍາໄຊ 4 ຄົນ:

– ບ້ານຫ້ວຍໄຮ, ເມືອງປາກກະດີງ ມີ 03 ຄົນ (1. ເພດຍິງ ອາຍຸ 08 ປີ ອາຊີບນັກຮຽນ;
2. ເພດຍິງ ອາຍຸ 73 ປີ, 3. ເພດຊາຍ ອາຍຸ 37 ປີ ອາຊີບ ເຮັດນາ) ເປັນຄອບຄົວຜູ້ ຕິດເຊື້ອຜ່ານມາ
– ບ້ານໄຊສະຫວ່າງ, ເມືອງທ່າພະບາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 30 ປີ, ອາຊີບ:ພະນັກງານທະຫານ)

8.ຫຼວງພະບາງ 3 ຄົນ: ທັງຫມົດແມ່ນໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນ ຊຶ່ງ
ຢູ່ບ້ານ ຫນອງຂຽວ, ເມືອງງອຍ.

9.ບໍ່ແກ້ວ 2 ຄົນ: ໃນເຂດເສດຖະກິດພິເສດ

10. ຫລວງນ້ໍາທາ 1 ຄົນ: ບ້ານ ວຽງຄໍາ, ເມືອງນ້ໍາທາ, ຜູ້ກ່ຽວ ກັບຄອບຄົວເດີນທາງຈາກຫຼວງນ້ໍາທາໃນວັນທີ 17/09/2011 ມາແຂວງວຽງຈັນ ບ້ານໂພນຫມີໄຕ້ ໃກ້ຕະຫຼາດ ເພື່ອ ສົ່ງສະການແມ່ເສຍຊີວິດ. ຢູ່ເຮືອນດີ ນັບແຕ່ວັນທີ 17/09/2011 ຮອດວັນທີ 22/09/2011 ເປັນເວລາ 06 ວັນ, ວັນທີ 24/09/2011 ເວລາ 9 ໂມງໄດ້ເຂົ້າໄປ ເກັບຕົວຢ່າງກວດໂຄວິດຢູ່ໂຮງຫມໍແຂວງຄັ້ງທີ 1 ຜົນກວດບໍ່ຈະແຈ້ງ, ໄດ້ກັບມາເກັບຕົວຢ່າງ ອີກ ວັນທີ 25/09/2001 ແລ້ວໃຫ້ຜົນບວກ.

11. ອັດຕະປື 1 ຄົນ: ເພດຍິງ, ອາຍຸ 37 ປີ; ພະນັກງານຖະແຫຼງຂ່າວແຂວງ.
ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ຂອງແຂວງ. ໐ ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ ຄື: ນະຄອນຫຼວງ 03 ຄົນ ສະຫວັນນະເຂດ 05 ຄົນ, ຈໍາປາສັກ 02 ຄົນ, ຄໍາມ່ວນ 01 ຄົນ,ແລະ ອັດຕະປື 01 ຄົນ , ເຊິ່ງທັງຫມົດນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນໍາສົ່ງໄປ ປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ ແຂວງກໍານົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...