spot_img
Homeຂ່າວຕ່າງປະເທດອົດສະຕຣາລີ ວາງແຜນກຽມພ້ອມເປີດປະເທດຕ້ອນຮັບນັກທ່ອງທ່ຽວ

ອົດສະຕຣາລີ ວາງແຜນກຽມພ້ອມເປີດປະເທດຕ້ອນຮັບນັກທ່ອງທ່ຽວ

Published on

ປະເທດອົດສະຕຣາລີເປັນໜຶ່ງໃນປະເທດກຸ່ມທໍາອິດທີ່ໄດ້ປິດເຂດແດນປ້ອງກັນໂຄວິດ-19 ຕັ້ງແຕ່ມີການລາຍງານການແຜ່ລະບາດໃນຊ່ວງທໍາອິດ ໂດຍມີການອະນຸຍາດໃຫ້ພົນລະເມືອງອົດສະຕຣາລີຜູ້ທີ່ມີບ່ອນຢູ່ອາໄສທີ່ຖານວອນ ແລະ ຜູ້ທີ່ໄດ້ຮັບການຍົກເວັ້ນເດີນທາງເຂົ້າປະເທດໄດ້ເທົ່ານັ້ນ ເຖິງແມ່ນວ່າການປິດປະເທດຈະເຮັດໃຫ້ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນບໍ່ຫຼາຍເມື່ອປຽບທຽບກັບປະເທດອື່ນໆໃນທົ່ວໂລກ ແລະ ໃນບາງຕົວເມືອງໃຫຍ່ບາງແຫ່ງຍັງມີການລະບາດຫຼາຍກໍຕາມ ແຕ່ການປິດປະເທດດົນມັນສົ່ງຜົນເຮັດໃຫ້ນັກທ່ອງທ່ຽວ ແລະ ນັກຮຽນທີ່ມາຈາກຕ່າງປະເທດບໍ່ມີ ລວມໄປເຖິງອຸດສາຫະກໍາການບິນ ທີ່ສົ່ງຜົນຕໍ່ກັບທຸລະກິດໃນຫຼາຍພາກສ່ວນ.

ເມື່ອສະຖານະການໂຄວິດເລີ່ມເບົາບາງລົງ ລັດຖະບານໄດ້ວາງແຜນກຽມພ້ອມທີ່ຈະເປີດປະເທດ ແລະ ພະຍາຍາມສັກວັກຊີນໃຫ້ປະຊາຊົນພາຍໃນປະເທດໃຫ້ໄວທີ່ສຸດ ແຕ່ຍັງມີປະຊາຊົນບາງສ່ວນທີ່ມີຄວາມເຫັນຄັດຄ້ານແຜນການເປີດປະເທດ ແລະ ບອກວ່ານາຍົກຈະເປີດທາງຮັບເອົາເຊື້ອໂຄວິດເຂົ້າມາປະເທດ.

ທ່ານນາຍົກຂອງອົດສະຕຣາລີບອກວ່າເມື່ອປະຊາຊົນໄດ້ຮັບວັກຊີນປະມານ 80% ຈະຍົກເລີກມາດຕະການການຄວບຄຸມເຂົ້າ-ອອກປະເທດອົດສະຕຣາລີ ແລະ ຜ່ອນຜັນມາດຕະການເດີນທາງເຂົ້າປະເທດ ພ້ອມທັງຄ່ອຍໆເປີດຮັບນັກທ່ອງທ່ຽວທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງຕໍ່າ.

ສ່ວນທາງດ້ານລັດຖະມົນຕີກະຊວງການເງິນໄດ້ພະຍາຍາມໂຄສະນາແຜນການເປີດປະເທດ ແລະ ຂໍຮ້ອງໃຫ້ປະຊາຊົນຢູ່ຮ່ວມກັບໄວຣັສໂດຍບອກວ່າ: “ຄວາມເປັນຈິງຄືເຮົາຕ້ອງຢູ່ກັບໄວຣັສ ເຮົາບໍ່ສາມາດກໍາຈັດມັນໄປໄດ້ ແລະ ອົດສະຕຣາລີ ຄວນເປີດປະເທດຢ່າງເປັນໜຶ່ງດຽວ”

ແຫຼ່ງຂ່າວ: Thairath 

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...