spot_img
Homeຂ່າວຕ່າງປະເທດໝໍບໍ່ຍອມສັກວັກຊີນ !! ເຮັດໃຫ້ໂຮງໝໍແຫ່ງໜຶ່ງໃນລັດນິວຢອກ ໄດ້ແຈ້ງປິດການໃຫ້ບໍລິການການເກີດລູກຊົ່ວຄາວ

ໝໍບໍ່ຍອມສັກວັກຊີນ !! ເຮັດໃຫ້ໂຮງໝໍແຫ່ງໜຶ່ງໃນລັດນິວຢອກ ໄດ້ແຈ້ງປິດການໃຫ້ບໍລິການການເກີດລູກຊົ່ວຄາວ

Published on

ເວັບໄຊ້ Ch3plus ໄດ້ລາຍງານວ່າ ໂຮງໝໍແຫ່ງໜຶ່ງໃນບໍລິເວນທາງພາກເໜືອຂອງລັດນິວຢອກ, ສະຫະລັດອາເມລິກາ ໄດ້ຢຸດໃຫ້ບໍລິການການເກີດລູກໃນໂຮງໝໍ ເນື່ອງຈາກບຸກຄະລາກອນທາງການແພດໃນພະແນກປະສູດຫຼາຍຄົນລາອອກ ໂດຍມີສາເຫດມາຈາກການບັງຄັບສັກວັກຊີນປ້ອງກັນໂຄວິດ-19. 

ໂຮງໝໍ Lewis County General ຖືກບັງຄັບໃຫ້ຢຸດການໃຫ້ບໍລິການການເກີດລູກໃນທຸກກໍລະນີເປັນການຊົ່ວຄາວ ນັບຕັ້ງແຕ່ວັນທີ 24 ກັນຍາ 2021 ເປັນຕົ້ນໄປ ເນື່ອງຈາກມີບຸກຄະລາກອນທາງການແພດຫຼາຍຄົນໃນພະແນກປະສູດປະຕິເສດການເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 ແລະ ໃນຕອນນີ້ມີບຸກຄະລາກອນທາງການແພດ 6 ຄົນທີ່ລາອອກຈາກໂຮງໝໍ ແທນການເຂົ້າສັກວັກຊີນ.

ທັງນີ້, ນັບຕັ້ງແຕ່ມີມາດຕະການການບັງຄັບສັກວັກຊີນໃຫ້ກັບບຸກຄະລາກອນທາງການແພດໃນວັນທີ 23 ສິງຫາ 2021 ທີ່ຜ່ານມາ ຈົນຮອດຕອນນີ້ມີບຸກຄະລາກອນທາງການແພດລາອອກຈາກການປະຕິບັດໜ້າທີ່ສູງເຖິງ 30 ຄົນ ແຕ່ໃນຂະນະດຽວກັນກໍມີບຸກຄະລາກອນໃນໂຮງໝໍທີ່ສັກວັກຊີນແລ້ວຈໍານວນ 464 ຄົນ ແລະ ຍັງມີອີກ 165 ຄົນທີ່ຍັງບໍ່ທັນສັກວັກຊີນ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...