spot_img
Homeຂ່າວຕ່າງປະເທດຈີນມອບເງິນຊ່ວຍເຫຼືອອັພການິດສະຖານຈໍານວນ 31 ລ້ານໂດລາ

ຈີນມອບເງິນຊ່ວຍເຫຼືອອັພການິດສະຖານຈໍານວນ 31 ລ້ານໂດລາ

Published on

ວັນທີ 8 ກັນຍາ 2021 ເວັບໄຊ້ BBC ລາຍງານວ່າ ເຈົ້າໜ້າທີ່ປັກກິ່ງລະບຸວ່າ ໄດ້ບັນລຸການເຈລະຈາກັບລັດຖະບານຊົ່ວຄາວຂອງກຸ່ມຕາລີບັນແລ້ວ ວ່າຈະມີການສົ່ງເງິນຊ່ວຍເຫຼືອປະມານ 200 ລ້ານຢວນ ຫຼື 31 ລ້ານໂດລາ ເຊິ່ງລວມໄປເຖິງອາຫານ ແລະ ວັກຊີນຕ້ານໂຄວິດ-19 ອີກ 3 ລ້ານໂດສ. ລັດຖະບານຈີນລະບຸວ່າ ການຈັດຕັ້ງລັດຖະບານຊົ່ວຄາວຂຶ້ນມາ ຖືເປັນບາດກ້າວອັນສໍາຄັນ ໃນການຟື້ນຟູອັພການິດສະຖານ ໃຫ້ກັບມາຢູ່ໃນສະຖານະການປົກກະຕິອີກຄັ້ງ ໂດຍກຸ່ມຕາລີບັນຫາກໍໄດ້ປະກາດລາຍຊື່ຄະນະລັດຖະມົນຕີຊົ່ວຄາວໃນອາທິດກ່ອນໜ້ານີ້ ພ້ອມປະກາດຈັດຕັ້ງລັດອິດສະລາມເອມີເຣສ ແຫ່ງອັພການິດສະຖານ.

ລັດຖະມົນຕີຕ່າງປະເທດຂອງຈີນ Wang Yi ໄດ້ປະກາດມາດຕະການຊ່ວຍເຫຼືອອັພການິດສະຖານໃນກອງປະຊຸມ ພ້ອມບັນດາພັນທະມິດອັພການິດສະຖານ ໃນວັນທີ 8 ກັນຍາ ທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ປະເທດເຫຼົ່ານີ້ໃຫ້ການຮ່ວມມືໃນການໃຫ້ການຊ່ວຍເຫຼືອແກ່ອັພການິດສະຖານ ໂດຍປັກກິ່ງໄດ້ພະຍາຍາມສ້າງຄວາມສຳພັນທີ່ດີກັບກຸ່ມຕາລີບັນມາຕະຫຼອດ ນັບຕັ້ງແຕ່ກ່ອນທີ່ກຸ່ມຕາລີບັນໄດ້ເຂົ້າຍຶດຄອງອັພການິດສະຖານ ໂດຍມີການເຊີນຕົວແທນຂອງກຸ່ມຕາລີບັນມາປຶກສາຫາລືກັບຈີນ ໃນລະຫວ່າງເດືອນກໍລະກົດທີ່ຜ່ານມາ ເພື່ອສະເໜີໃຫ້ການຊ່ວຍເຫຼືອທາງດ້ານເສດຖະກິດແກ່ອັພການິດສະຖານ Wang Yi ຍັງໄດ້ກ່າວເນັ້ນວ່າ ອັພການິດສະຖານຈະຕ້ອງບໍ່ກາຍເປັນຖານທັບຂອງພວກກໍ່ການຮ້າຍອີກຕໍ່ໄປ.

ກ່ອນໜ້ານີ້ກະຊວງການຕ່າງປະເທດຂອງຈີນໄດ້ຕຳໜິ ກ່ຽວກັບການຖອນທະຫານອາເມລິກາ ອອກຈາກອັພການິດສະຖານ ໂດຍລະບຸວ່າ ນີ້ແມ່ນສາເຫດຂອງຄວາມວຸ່ນວາຍ ພ້ອມທັງລະບຸຕື່ມອີກວ່າ ອາເມລິກາ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊາວອັພການິດສະຖານຕັ້ງແຕ່ມື້ທໍາອິດຂອງການບຸກໂຈມຕີ ຈົນເຖິງວິນາທີສຸດທ້າຍທີ່ໄດ້ຖອນທະຫານອອກໄປ.

ໃນຂະນະດຽວກັນ, ປະທານາທິບໍດີອາເມລິກາ Joe Biden ກ່າວວ່າ ອາເມລິກາ ຍັງບໍ່ສາມາດຢັ້ງຢືນໄດ້ວ່າມີກຸ່ມຕາລີບັນຢູ່. ດ້ານກຸ່ມຕາລີບານເອງກ່າວວ່າ ຈີນເປັນພັນທະມິດທີ່ສຳຄັນທີ່ສຸດຂອງອັພການິດສະຖານ ແລະ ຍັງມີຄວາມຫວັງຕໍ່ການລົງທຶນຂອງຈີນ ເພື່ອຊ່ວຍເຫຼືອໃນການຟື້ນຟູບັນດາປະເທດທີ່ຖືກທຳລາຍຢ່າງໜັກໜ່ວງຈາກສົງຄາມ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...