Homeຂ່າວຕ່າງປະເທດຈີນກວດສອບ "ການໃຫ້ສິນບົນ" ເລັ່ງຕໍ່ຕ້ານການສໍ້ລາດບັງຫຼວງ

ຈີນກວດສອບ “ການໃຫ້ສິນບົນ” ເລັ່ງຕໍ່ຕ້ານການສໍ້ລາດບັງຫຼວງ

Published on

ວັນທີ 8 ກັນຍາ 2021 ເວັບໄຊ້ XINHUA ລາຍງານວ່າ: ເຈົ້າໜ້າທີ່ຈີນເລີ່ມກວດສອບ ແລະ ຂຶ້ນຂຶ້ນບັນຊີດຳ ແກ່ຄົນທີ່ໃຫ້ສິນບົນ ເພື່ອເສີມຂະຫຍາຍກາຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດກວ່າເກົ່າ.

ແນວທາງປະຕິບັດທີ່ຖືກກໍານົດໂດຍ ຄະນະກໍາມະການກວດສອບວິໄນສ່ວນກາງແຫ່ງພັກກອມມູນິດ (CCDI) ແລະ ຄະນະກໍາມະການກວດສອບແຫ່ງຊາດ (NSC) ລວມໄປເຖິງຝ່າຍຕ່າງໆພາຍໃນພັກ ແລະ ໜ່ວຍງານຕຸລາການລະດັບສູງ ເຊິ່ງເຜີຍແຜ່ສູ່ສາທາລະນະຊົນໃນວັນທີ 8 ກັນຍາ 2021 ທີ່ຜ່ານມາ ລະບຸວ່າ ຈະມີການປຶກສາຫາລື ເພື່ອກໍານົດບົດລົງໂທດທີ່ກ່ຽວພັນກັບການເຂົ້າເຖິງຕະຫຼາດ ແລະ ຂໍ້ຈໍາກັດຄຸນສົມບັດຂອງຜູ້ຕິດສິນບົນ.

ທັງຜູ້ໃຫ້ ແລະ ຜູ້ຮັບສິນບົນ ຈະໄດ້ຖືກລົງໂທດໂດຍອີງໃສ່ຜົນຂອງການສືບສວນຫຼາຍຄັ້ງທີ່ມຸ້ງເນັ້ນ ໄປໃນການຮັບສິນບົນ, ບໍ່ວ່າຈະເປັນ ສິນບົນອັນໃຫຍ່ຫຼວງ ຫຼື ໃຫ້ສິນບົນຫຼາຍຄົນ, ສະມາຊິກພັກ ແລະ ເຈົ້າໜ້າທີ່ລັດຖະບານໃຫ້ສິນບົນ, ໃຫ້ສິນບົນໃນຂົງເຂດອາຊີບ ແລະ ການໃຫ້ສິນບົນຂະໜາດໃຫຍ່ທາງການຄ້າ.

ຜົນປະໂຫຍດທີ່ຜິດກົດໝາຍ ທີ່ໄດ້ມາຈາກການໃຫ້ສິນບົນຈະຕ້ອງຖືກຍຶດຕາມກົດໝາຍ, ກູ້ຄືນ ຫຼື ຊົດໃຊ້ຕາມກົດໝາຍ ສ່ວນຜົນປະໂຫຍດທີ່ບໍ່ເໝາະສົມອື່ນໆເຊັ່ນ ຕໍາແໜ່ງໃນວິຊາຊີບ, ກຽດສັກສີທາງດ້ານການເມືອງ, ສະໜັບສະໜຸນທຸລະກິດ ແລະ ຕຳແໜ່ງທາງວິຊາການ ຕ້ອງຖືກຍົກເລີກ ຫຼື ຖອນຄືນ.

ຄຳແນະນຳ ຂ້າງເທິງລະບຸວ່າ ເຈົ້າໜ້າທີ່ຈີນຈະປົກປ້ອງສິດ ແລະ ຜົນປະໂຫຍດທາງກົດໝາຍຂອງບຸກຄົນ ແລະ ຜູ້ປະກອບການທີ່ກ່ຽວຂ້ອງຢ່າງເຕັມສ່ວນ ເພື່ອຢັ້ງຢືນການດໍາເນີນງານຂອງຜູ້ປະກອບການເຫຼົ່ານັ້ນຕາມກົດໝາຍ ຂະນະມີການລົງໂທດກໍລະນີການໃຫ້ສິນບົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...