spot_img
Homeຂ່າວຕ່າງປະເທດປະເທດທໍາອິດຂອງໂລກ “ປະເທດກູບາ” ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸ 2 ປີຂຶ້ນໄປ

ປະເທດທໍາອິດຂອງໂລກ “ປະເທດກູບາ” ເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸ 2 ປີຂຶ້ນໄປ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ປະເທດກູບາເປັນປະເທດທໍາອິດຂອງໂລກທີ່ໄດ້ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບເດັກນ້ອຍທີ່ມີອາຍຸ 2 ປີຂຶ້ນໄປ ໂດຍມີເປົ້າໝາຍທີ່ຈະສັກວັກຊີນໃຫ້ກັບເດັກນ້ອຍພາຍໃນປະເທດໝົດທຸກຄົນກ່ອນທີ່ຈະມີການເປີດເທີມໃໝ່ ເມື່ອເປີດເທີມແລ້ວກໍຍັງສືບຕໍ່ຮຽນຜ່ານທາງໂທລະພາບໄປຊົ່ວຄາວ ເນື່ອງຈາກປະຊາຊົນສ່ວນໃຫຍ່ໃນປະເທດກູບາຍັງບໍ່ທັນມີອິນເຕີເນັດ.

ໂດຍທາງປະເທດກູບາໄດ້ເລີ່ມໂຄງການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸຕັ້ງແຕ່ 12 ປີຂຶ້ນໄປ ພາຍຫຼັງທີ່ມີການທົດລອງກັບກຸ່ມເປົ້າໝາຍສໍາເລັດເປັນທີ່ຮຽບຮ້ອຍ ແລະ ໄດ້ເລີ່ມສັກຢາໃຫ້ກັບເດັກນ້ອຍທີ່ຢູ່ໃນເຂດພາກກາງຂອງປະເທດ ແລະ ເລີ່ມກະຈາຍໄປເລື້ອຍໆ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...