Homeຂ່າວຕ່າງປະເທດຜົນວິໄຈວັກຊີນ Moderna ສ້າງພູມຄຸ້ມກັນໄດ້ຫຼາຍກວ່າ Pfizer ເຖິງ 2.6 ເທົ່າ

ຜົນວິໄຈວັກຊີນ Moderna ສ້າງພູມຄຸ້ມກັນໄດ້ຫຼາຍກວ່າ Pfizer ເຖິງ 2.6 ເທົ່າ

Published on

ວັນທີ 30 ສິງຫາ 2021 ເວັບໄຊ້ PostToday ລາຍງານວ່າ: ຜົນການວິໄຈປຽບທຽບການຕອບສະໜອງຂອງພູມຄຸ້ມກັນຕໍ່ວັກຊີນ mRNA ເຊິ່ງຖືກຕີພິມໃນວາລະສານ Journal of the American Medical Association ລະບຸວ່າ ວັກຊີນປ້ອງກັນ ໂຄວິດ-19 ຂອງ Moderna ກະຕຸ້ນການສ້າງພູມຄຸ້ມກັນໄດ້ຫຼາຍກວ່າວັກຊີນຂອງ Pfizer-BioNTect ເຖິງ 2.6 ເທົ່າ.

ການວິໄຈຈາກພະນັກງານຢູ່ໂຮງໝໍຫຼັກທີ່ປະເທດເບວຢ້ຽມເກືອບ 2,500 ຄົນພົບວ່າ ລະດັບພູມຄຸ້ມກັນຂອງພະນັກງານທີ່ບໍ່ເຄີຍຕິດເຊື້ອໂຄວິດ-19 ກ່ອນໄດ້ຮັບວັກຊີນຂອງ Moderna 2 ເຂັມ ສະເລ່ຍຢູ່ທີ່ 2,881 ໜ່ວຍຕໍ່ມິນລີລິດ (units/mL) ສ່ວນກຸ່ມທີ່ໄດ້ຮັບວັກຊີນຂອງ Pfizer-BioNTect ມີລະດັບພູມຄຸ້ມກັນສະເລ່ຍ 1,108 ໜ່ອຍຕໍ່ມິນລີລິດ.

ປັດໄຈທີ່ແຕກຕ່າງກັນຂອງວັກຊີນທັງ 2 ຍີ່ຫໍ້ ນີ້ ເຊິ່ງ Moderna ມີສ່ວນປະກອບສໍາຄັນ (Active ingredient) ສູງກວ່າຂອງ Pfizer-BioNTech (100 microgram ກັບ 30 microgram) ແລະ ໄລຍະຫ່າງລະຫວ່າງເຂັມທໍາອິດກັບເຂັມທີ 2 ຂອງ Moderna ແມ່ນດົນກວ່າ Pfizer-BioNTech (4 ອາທິດ ກັບ 3 ອາທິດ)

ຂະນະທີ່ຜົນການວິໄຈອີກແບບໜຶ່ງທີ່ເຜີຍແຜ່ໃນວັນທີ 9 ສິງຫາ 2021 ກ່ອນທີ່ຈະມີການພິຈາລະນາຈາກຜູ້ຊ່ຽວຊານລະບຸວ່າ ວັກຊີນຂອງ Moderna ກ່ຽວຂ້ອງກັບການລົດຄວາມສ່ຽງທີຈະເກີດການຕິດເຊື້ອ Covid-19 ຫຼັງສັກວັກຊີນ (breakthrough infections) ລົງ 2 ເທົ່າ ເມື່ອທຽບກັບຂອງ Pfizer-BioNTech.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...