ນັກຮ້ອງຊື່ດັງຊາວອາຟການິດສະຖານຖືກກຸ່ມຕາລີບານລາກອອກຈາກເຮືອນ ແລະ ຍິງເປົ້າ

ສຳນັກຂ່າວ CNN ລາຍງານ: ທ່ານ ຟາວາດ ອັນດາບີ, ນັກຮ້ອງເພງພື້ນເມືອງຊື່ດັງຊາວອາຟການິດສະຖານຖືກກຸ່ມຕາລີບານລາກອອກຈາກເຮືອນ ພ້ອມຍິງເປົ້າເສຍຊີວິດໂດຍບໍ່ມີການແຈ້ງເຫດຜົນໃດໆ ເຮັດໃຫ້ຫຼາຍຝ່າຍເປັນຫ່ວງວ່າ ກຸ່ມຕິດອາວຸດຕາລີບານຈະຫວນກັບຄືນສູ່ລະບອບການປົກຄອງອັນໂຫດຮ້າຍຄືກັບຊ່ວງ 20 ປີກ່ອນ.

ຟາວາດ ຖືກຍິງເສຍຊີວິດໃນອາທິດຜ່ານມາ ທີ່ຟາມຂອງເຂົາເອງໃນເຂດຮ່ອມພູອັນດາຣັບ, ແຂວງແບັກລັນ ທັງທີ່ເປັນພຽງນັກຮ້ອງທຳມະດາທີ່ມອບຄວາມບັນເທີງໃຫ້ແກ່ຜູ້ຄົນທົ່ວໄປເທົ່ານັ້ນ. ເຊິ່ງການສັງຫານໂຫດຄັ້ງນີ້ ເຮັດໃຫ້ຫຼາຍຝ່າຍເປັນຫ່ວງວ່າ ອາດຈະເປັນສັນຍານເຕືອນກ່ຽວກັບການຫວນຄືນສູ່ລະບອບການປົກຄອງອັນໂຫດຮ້າຍປ່າເຖື່ອນຂອງກຸ່ມຕິດອາວຸດຕາລີບານທີ່ເຄີຍປົກຄອງອາຟການິດສະຖານໃນຊ່ວງປີ 1996 ຫາ 2001 ເຊິ່ງເວລານັ້ນ ຕາລີບານໄດ້ສັ່ງຫ້າມບໍ່ໃຫ້ມີການຫຼິ້ນດົນຕີທຸກຮູບແບບທີ່ຈັດເປັນການຝ່າຝືນຕໍ່ການນັບຖືສາສະໜາອິດສະລາມ.

ຂະນະທີ່ໂຄສົກກຸ່ມຕາລີບານອ້າງວ່າ ດົນຕີຈັດເປັນສິ່ງຕ້ອງຫ້າມໃນສາສະໜາອິດສະລາມ ແຕ່ບໍ່ໄດ້ກ່າວເຖິງຂໍ້ຫ້າມໃໝ່ທີ່ຈະປະກາດໃຊ້ອີກຄັ້ງໃນຂະນະປົກຄອງອາຟການິດສະຖານປັດຈຸບັນ.