ແຮງງານມຽນມາຢູ່ລາວເດີນທາງກັບປະເທດ ແລະ ໄດ້ກວດພົບເຊື້ອໂຄວິດ-19

0
1531

ວັນທີ 26 ສິງຫາ 2021 ເວັບໄຊ Eleven ລາຍງານ: ແຮງງານມຽນມາຈຳນວນ 2,132 ຄົນທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເດີນທາງກັບຄືນປະເທດຜ່ານເມືອງທ່າຂີ້ເຫຼັກ ຂອງປະເທດມຽນມາໃນຊ່ວງທ້າຍເດືອນກໍລະກົດ ຫາເດືອນສິງຫາ ໃນນັ້ນ, ມີ 196 ຄົນ ກວດພົບຕິດເຊື້ອໂຄວິດ-19.

ເນື່ອງຈາກແຮງງານມຽນມາປະສົບບັນຫາການຈ້າງງານໃນເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຍ້ອນການລະບາດຂອງພະຍາດໂຄວິດ-19ຮອບໃໝ່, ເຮັດໃຫ້ພວກເຂົາຕັດສິນໃຈກັບຄືນປະເທດ ຕັ້ງແຕ່ວັນທີ 30 ກໍລະກົດ – 24 ສິງຫາ 2021, ຂະນະທີ່ທາງການມຽນມາ ກໍໄດ້ຕົກລົງເຫັນດີໃນການຮັບເອົາພົນລະເມືອງຂອງຕົນກັບຄືນປະເທດ ພາຍໃຕ້ການປະຕິບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19.

ຄະນະກໍາມະການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດ ໂຄວິດ-19 ຂອງເມືອງ ທ່າຂີ້ເຫຼັກຂອງມຽນມາ ໄດ້ດໍາເນີນການກວດສຸຂະພາບໃຫ້ກັບແຮງງານດັ່ງກ່າວນັບແຕ່ຕົ້ນເດືອນສິງຫາເປັນຕົ້ນມາ. ໃນນັ້ນ, ມີແຮງງານຈຳນວນ 196 ຄົນ ກວດພົບເຊື້ອພະຍາດໂຄວິດ-19.

ຢ່າງໃດກໍຕາມ, ປັດຈຸບັນບັນດາຜູປ່ວຍພະຍາດໂຄວິດເຫຼົ່ານັ້ນກຳລັງໄດ້ຮັບການປິ່ນປົວຮັກສາທີ່ເມືອງທ່າຂີ້ເຫຼັກ ສ່ວນແຮງງານທີ່ປອດເຊື້ອທີ່ເຫຼືອແມ່ນຖືກຈັດສົ່ງກັບຄືນບ້ານເກີດ ແຕ່ກໍຍັງແຮງງານມຽນມາອີກຫຼາຍພັນຄົນທີ່ຍັງຕົກຄ້າງຢູ່ລາວ ແລະ ຕ້ອງການເດີນທາງກັບຄືນປະເທດບ້ານເກີດ ເຊິ່ງທາງເຈົ້າໜ້າທີ່ທັງສອງປະເທດຈະໄດ້ຈັດຕັ້ງປະຕິບັດໂຄງການຮັບ-ສົ່ງບັນດາແຮງງານດັ່ງກ່າວຕາມຄວາມຕ້ອງການຂອງພວກເຂົາເຈົ້າ.