spot_img
Homeຂ່າວພາຍ​ໃນມື້ດຽວ! ລາວມີຜູ້ຕິດເຊື້ອໂຄວິດ-19 ເກືອບ 1 ພັນຄົນ

ມື້ດຽວ! ລາວມີຜູ້ຕິດເຊື້ອໂຄວິດ-19 ເກືອບ 1 ພັນຄົນ

Published on

ພຽງມື້ດຽວ ລາວມີລາຍງານຜູ້ຕິດເຊື້ອໂຄວິດ-19 ທັງໝົດ 952 ຄົນ. ໃນນັ້ນ, ຕິດເຊື້ອໃນຊຸມຊົນສູງເຖິງ 594 ຄົນ ຖືເປັນຈຳນວນຕິດເຊື້ອສູງທີ່ສຸດທີ່ເຄີຍມີມານັບແຕ່ມື້ເລີ່ມມີການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນມື້ນີ້ວ່າ: ໃນວັນທີ 25 ສິງຫາມີລາຍງານຕິດເຊື້ອໂຄວິດ-19ໃນລາວເກືອບ 1 ພັນຄົນ, ເຊິ່ງຈຳນວນຕິດເຊື້ອໃນຊຸມຊົນສູງເຖິງ 594 ຄົນ ຂະນະທີ່ແຂວງສະຫວັນນະເຂດມີລາຍງານຜູ້ຕິດເຊື້ອໂຄວິດເຖິງ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງວຽງຈັນ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ ແລະ ແຂວງ ໄຊຍະບູລີ 1 ຄົນ. ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈໍາປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ, ຂະນະທີ່ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ, ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1​ ຄົນ, ເພດຍິງ,​ ອາຍຸ 52 ປິ ບ້ານຜາລາດ, ເມືອງຊະນະຄາມ ເຊິ່ງຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫຼວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ.

ສຳລັບ ນະຄອນຫຼວງວຽງຈັນ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້:

  • ບ້ານສິມມະໂນ,​ ເມືອງຫາດຊາຍຟອງ:
  • ເພດຊາຍ, ອາຍຸ 39 ປີ, ອາຊີບ:​ ພະນັກງານໂຮງງານເປັບຊີ (ສາມີ)
  • ເພດຍິງ, ອາຍຸ 38 ປີ, ອາຊີບ:​ ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ)
  • ເພດຊາຍ, ອາຍຸ 15 ປີ, ອາຊີບ:​ ນັກຮຽນ (ລູກ)
  • ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ
  • ບ້ານດອນດູ່,​ ເມືອງຫາດຊາຍຟອງ:
  • ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)
  • ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)
  • ບ້ານໜອງແຫ້ວ,​ ເມືອງຫາດຊາຍຟອງ:
  • ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ
  • ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ
  • ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...