spot_img
Homeຂ່າວພາຍ​ໃນບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 20 ສິງຫາ 2021

ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 20 ສິງຫາ 2021

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 11.753 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 440 ຄົນ, ເສຍຊີວິດສະສົມທັງໝົດ 11 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.604 ຄົນ.

ໃນວັນທີ 19 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 3.317 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 440 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ ຄົນຈາກ ແຂວງ ບໍ່ແກ້ວ (ເມືອງຕົ້ນເຜີ້ງ) 13 ຄົນ, ສະຫວັນນະເຂດ 58 ຄົນ, ຫຼວງນໍ້າທາ 03 ແລະ ເຊກອງ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 365 ຄົນ ຈາກ ນະຄອນຫຼວງວຽງຈັນ 101 ຄົນ, ສະຫວັນນະເຂດ 77 ຄົນ, ຫຼວງພະບາງ 01 ຄົນ, ໄຊຍະບູລີ 04 ຄົນ, ຄໍາມ່ວນ 45 ຄົນ, ສາລະວັນ 23 ຄົນ ແລະ ຈໍາປາສັກ 114 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ສໍາລັບແຂວງສະຫວັນນະເຂດ ມີການຕິດເຊື້ອໃນຊຸມຊົນ 58 ຄົນ ໃນນັ້ນເປັນນັກໂທດຢູ່ຄຸມຂັງຫລັກ 6 ມີຜູ້ຕິດເຊື້ອ 48 ຄົນ ແລະ ກຸ່ມຄົນທົ່ວໄປ ມີ 10 ຄົນ (01 ຄົນ ແມ່ນພະນັກງານ ປກສ ປະຈໍາສູນໂພນສິມ, ອີກ 02 ຄົນ ແມ່ນພະນັກງານດ່ານປະຈໍາຢູ່ຂົວມິດຕະພາບແຫ່ງທີ່ 2, ອີກ 03 ຄົນ ແມ່ນລູກຂອງພະນັກງານຕໍາຫລວດຄ້າຍຄຸມຂັງນະຄອນໄກສອນ, ອີກ 01 ຄົນ ແມ່ນຂາຍນໍ້າມັນ, ອີກ 01 ຄົນ ແມ່ນພະນັກງານບໍລິສັດຂົນສົ່ງ ແລະ ອີກ 02 ຄົນ ຍັງບໍ່ຮູ້ຂໍ້ມູນເທື່ອ.

ລາຍລະອຽດຂອງຜູ້ເສຍຊີວິດ 2 ຄົນ

1. ສຳລັບ ຜູ້ເສຍຊີວິດໃໝ່ 1 ຄົນ ແມ່ນ ຢູ່ແຂວງສະຫວັນນະເຂດ ເປັນເພດຊາຍ, ອາຍຸ 55 ປີ ອາຊີບ ກຳມະກອນ ຢູ່ບ້ານ ບ້ານໂພນຊາຍ ເມືອງໄກສອນ ເຂົ້ານອນປິ່ນປົວຢູ່ໂຮງໝໍ ໃນວັນທີ 11 ສິງຫາ 2021​ ຍ້ອນໄຂ້ໄອ 6 ວັນ ມີພະຍາດປະຈຳໂຕ ຄວາມດັນເລືອດສູງ.​ ວັນທີ 12 ສິງຫາ 2021 ຜູ້ກ່ຽວ ຫາຍໃຈຝຶດ, ແໜ້ນໜ້າເອິກ, ຜົນຈາກການສ່ອງໄຟຟ້າລັງສີປອດ ສະແດງໃຫ້ເຫັນວ່າ ປອດອັກເສບ. ອາການຂອງຜູ້ກ່ຽວໜັກລົງເລື້ອຍໆ ຈົນມາຮອດ ເວລາ 1 ໂມງເຊົ້າຂອງວັນທີ 18 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

2. ສຳລັບ ຜູ້ເສຍຊີວິດອີກ 1 ຄົນ ແມ່ນຢູ່ແຂວງຄຳມ່ວນ ເປັນເພດຍິງ ອາຍຸ 26 ປີ ອາຊີບ ພະນັກງານເສີບອາຫານ ບ້ານດອນພູຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 3 ສິງຫາ 2021, ຜົນກວດພົບເຊື້ອ COVID-19 ໃນວັນທີ 7 ສິງຫາ 2021. ຜູ້ກ່ຽວມີໄຂ້, ໄອ, ຫາຍໃຈຝຶດ ແລະ ກະວົນກະວາຍ. ຜູ້ກ່ຽວເກີດລູກໄດ້ 5 ວັນ ແລະ ເສຍຊີວິດ ໃນວັນທີ 20 ສິງຫາ 2021 ສ່ວນລູກປອດໄພ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...