spot_img
Homeຂ່າວພາຍ​ໃນສປປ ລາວ ພົບຜູ້ເສຍຊີວິດເປັນກໍລະນີທີ 10 ຈາກແຂວງສະຫວັນນະເຂດ

ສປປ ລາວ ພົບຜູ້ເສຍຊີວິດເປັນກໍລະນີທີ 10 ຈາກແຂວງສະຫວັນນະເຂດ

Published on

ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຫັນໄດ້ວ່າມີແນວໂນ້ມທີ່ເພີ່ມສູງຂຶ້ນທັງກໍລະນີທີ່ຕິດເຊື້ອໃນຊຸມຊົນ ແລະ ກໍລະນີນໍາເຂົ້າຈາກປະເທດເພື່ອນບ້ານ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດສະສົມໃນປັດຈຸບັນນີ້ລວມເປັນຈໍານວນ 10 ກໍລະນີ.

ໃນວັນທີ 19 ສິງຫາ 2021  ໄດ້ພົບຜູ້ເສຍຊີວິດ ເປັນກໍລະນີທີ 10 ຂອງ ສປປ ລາວ ຈາກແຂວງສະຫວັນນະເຂດ ເປັນເພດຊາຍ ອາຍຸ 55 ປີ ເປັນແຮງງານທີ່ເດີນທາງກັບມາຈາກປະເທດໄທ ທີ່ໄດ້ເຂົ້າປິ່ນປົວຢູ່ສູນຫຼັກ 9 ແລະ ທາງໜ່ວຍກູ້ໄພສະຫວັນນະເຂດຮ່ວມກັບຄະນະສະເພາະກິດກໍໄດ້ມ້ຽນສົບຂອງຜູ້ເສຍຊີວິດເປັນທີ່ຮຽບຮ້ອຍແລ້ວ. ສໍາລັບລາຍລະອຽດການເສຍຊີວິດເພີ່ມເຕີມແມ່ນຈະແຈ້ງພາຍຫຼັງ.

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...