spot_img
Homeຂ່າວພາຍ​ໃນເຂື່ອນນ້ຳມັງ 3 ອາດຜະລິດໄຟຟ້າບໍ່ບັນລຸຕາມແຜນ ຍ້ອນປະລິມານນ້ຳຝົນໜ້ອຍ

ເຂື່ອນນ້ຳມັງ 3 ອາດຜະລິດໄຟຟ້າບໍ່ບັນລຸຕາມແຜນ ຍ້ອນປະລິມານນ້ຳຝົນໜ້ອຍ

Published on

Nammang 3 dam

 

ເນື່ອງຈາກສະພາບດິນຟ້າອາກາດບໍ່ອຳນວຍ ຝົນຕົກຊ້າບໍ່ໄປຕາມລະດູການ ແລະ ກໍເຊົາໄວຜິດເກນປົກກະຕິ ເຮັດໃຫ້ປະລິ

ມານນ້ຳຝົນມີໜ້ອຍ ຖ້າທຽບໃສ່ກັບຫລາຍປີຜ່ານມາ ຈາກສະພາບດັ່ງກ່າວ ບັນດາອ່າງເກັບນ້ຳຊົນລະປະທານ ລວມໄປເຖິງ

ອ່າງເກັບນ້ຳຢູ່ຕາມເຂື່ອນໄຟຟ້ານ້ຳຕົກຫລາຍແຫ່ງ ບໍ່ສາມາດຮັບນ້ຳໄດ້ເຕັມອັດຕາສ່ວນ, ຈຶ່ງສົ່ງຜົນເຮັດໃຫ້ການຜະລິດກະ

ແສໄຟຟ້າບໍ່ບັນລຸໄດ້ຕາມແຜນການທີ່ກຳນົດໄວ້ ແຕ່ກໍຈະບໍ່ສົ່ງຜົນກະທົບຮ້າຍແຮງຕໍ່ການຈຳໜ່າຍກະແສໄຟຟ້າ.

 

ຕາມການເປີດເຜີຍຂອງທ່ານ ມັດທະວົງ ສີສຸກລາດ ຮອງພະແນກຜະລິດ ແລະ ຄວບຄຸມເຂື່ອນໄຟຟ້ານ້ຳມັງ 3 ຕໍ່ນັກຂ່າວ

ໜັງສືພິມລາວພັດທະນາພວກເຮົາວ່າ: ຕາມທຳມະດາໃນລະດູຝົນແຕ່ລະປີ ຈະມີນ້ຳໄຫລເຂົ້າສູ່ອ່າງເກັບນ້ຳໜ້າເຂື່ອນທີ່ສາ

ມາດບັນຈຸໄດ້ເຖິງ 49 ລ້ານແມັດກ້ອນ, ແຕ່ມາໃນປີນີ້ ຝົນຂາດຊ່ວງເຮັດ ໃຫ້ນ້ຳຢູ່ອ່າງເກັບນ້ຳ ມີພຽງ 40, 7 ລ້ານແມັດກ້ອນ,

ຍ້ອນເຫດ ຜົນດັ່ງກ່າວຈຶ່ງເຮັດໃຫ້ການຜະລິດກະແສໄຟຟ້າບໍ່ບັນລຸໄດ້ຕາມແຜນປະຈຳປີຄືຄາດໝາຍການຜະລິດກະແສໄຟ

ຟ້າໃຫ້ບັນ ລຸໄດ້ 187 ລ້ານກິໂລວັດໂມງ, ແຕ່ມາຮອດດຽວນີ້ເຂື່ອນສາມາດຜະລິດໄດ້ພຽງ 162 ລ້ານ ກວ່າກິໂລວັດ ໂມງ, ແຕ່

ໃນຕົວຈິງການຜະລິດໄຟຟ້າໃນປີອາດຈະບັນລຸປະມານ 177 ລ້ານກວ່າ ກິໂລວັດໂມງ. ເຖິງຢ່າງໃດກໍດີ ການຜະລິດກະແສໄຟ

ຟ້າດັ່ງກ່າວ ຈະບໍ່ສົ່ງຜົນກະທົບແຮງຕໍ່ການຈຳໜ່າຍກະແສໄຟຟ້າແຕ່ຢ່າງໃດ.

 

ເຂື່ອນໄຟຟ້ານ້ຳມັງ 3 ຕັ້ງ ຢູ່ເຂດບ້ານນ້ຳຫຍາມ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ສຳເລັດການກໍ່ສ້າງ ແລະ ເປີດການນຳໃຊ້

ໃນປີ 2005 ມີກຳລັງຕິດຕັ້ງ 40 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ຢ່າງປົກກະຕິ ພ້ອມໄດ້ປະກອບສ່ວນສຳຄັນ ເຂົ້າໃນ

ການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ທີ່ຕັ້ງບ້ານເຮືອນຢູ່ບໍລິເວນອ້ອມຂ້າງເຂື່ອນ ເພື່ອການປູກຝັງ-ລ້ຽງ ສັດ, ໂດຍ

ສະເພາະແມ່ນການປູກເຂົ້ານາແຊງໃນລະດູແລ້ງ ແຕ່ລະປີເປັນຈຳນວນຫລາຍກວ່າ 2 ພັນເຮັກຕາ, ໂດຍທີ່ທາງ ເຂື່ອນບໍ່ໄດ້

ເກັບເງິນຄ່ານ້ຳແຕ່ຢ່າງໃດ ໂດຍໄດ້ມອບໃຫ້ຫ້ອງການກະສິກຳ-ປ່າໄມ້ເມືອງທຸລະຄົມເປັນຜູ້ຮັບຜິດຊອບ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...