spot_img
Homeຂ່າວຕ່າງປະເທດຕວັກກີ ເລີ່ມສັກວັກຊີນເຂັມ 3 ໃຫ້ປະຊາຊົນແລ້ວ ກັງວົນສາຍພັນເດວຕ້າທີ່ແຜ່ລະບາດໄດ້ງ່າຍ

ຕວັກກີ ເລີ່ມສັກວັກຊີນເຂັມ 3 ໃຫ້ປະຊາຊົນແລ້ວ ກັງວົນສາຍພັນເດວຕ້າທີ່ແຜ່ລະບາດໄດ້ງ່າຍ

Published on

ວັນທີ 6 ກໍລະກົດ 2021 ທີ່ຜ່ານມາ ໜັງສືພິມວໍສະຕຣີດນັນ ລາຍງານວ່າ ຟາເຣດຕິນ ໂຄກາ ລັດຖະມົນຕີກະຊວງສາທາລະນະສຸກຂອງຕວັກກີ ບອກວ່າ ຈະເລີ່ມສັກວັກຊີນໂດສທີ່ 3 ໃຫ້ກັບບຸກຄະລາກອນທາງການແພດ ແລະ ຄົນທີ່ອາຍຸຫຼາຍກວ່າ 50 ປີ ໂດຍທີ່ຕວັກກີໃຊ້ທັງວັກຊີນຂອງໄຟເຊີ້ ແລະ ຊີໂນຟາມ ເຊິ່ງປະຊາຊົນສາມາດເລືອກເອງໄດ້ ໂດຍບໍ່ຈໍາເປັນຕ້ອງເປັນວັກຊີນດຽວກັບທີ່ໄດ້ຮັບໃນ 2 ໂດສທີ່ຜ່ານມາ.

ຕວັກກີບໍ່ແມ່ນປະເທດທໍາອິດທີ່ເຮັດແບບນີ້ ປະເທດບາເຣນ ເລີ່ມໃຫ້ວັກຊີນໄຟເຊີ້ໂດສທີ່ 3 ສໍາລັບຄົນທີ່ໄດ້ຮັບວັກຊີນຊີໂນຟາມໄປ 2 ໂດສແລ້ວ.

ຄະນະກໍາມະການຮ່ວມ ໄດ້ແຈ້ງວ່າ ຄົນທີ່ຄວນຈະໄດ້ຮັບວັກຊີນໂດສທີ່ 3 ຄວນເປັນ ຜູ້ໃຫຍ່ທີ່ມີອາຍຸຫຼາຍກວ່າ 50 ປີ, ຜູ້ໃຫຍ່ທີ່ມີອາຍຸ 16-49 ປີ ທີ່ຢູ່ໃນກຸ່ມສ່ຽງຈາກໄຂ້ວັດໃຫຍ່ ແລະ ໂຄວິດ-19, ຜູ້ໃຫຍ່ທຸກຄົນທີ່ໃກ້ຊິດກັບຜູ້ປ່ວຍທີ່ມີພູມຄຸ້ມກັນຕໍ່າ

ສໍາລັບໄວໜຸ່ມທີ່ໄດ້ຮັບວັກຊີນທັງ 2 ໂດສແລ້ວ ແມ່ນຍັງມີພູມຄຸ້ມກັນຢູ່ ດັ່ງນັ້ນ, ກໍຈະພິຈາລະນາໃຫ້ວັກຊີນໂດສທີ 3 ໃນພາຍຫຼັງ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...